ກະແສຟອງແຫ່ຂະບວນປະທ້ວງຄັດຄ້ານລັດຖະບານສືບຕໍ່ເກີດຂຶ້ນຢູ່ ຕວກກີ ແລະ ບຸນກາຣີ

ກະແສຟອງແຫ່ຂະບວນປະທ້ວງຄັດຄ້ານລັດຖະບານສືບຕໍ່ເກີດຂຶ້ນຢູ່ ຕວກກີ ແລະ ບຸນກາຣີ - ảnh 1
ການແຫ່ຂະບວນປະທ້ວງຢູ່ ນະຄອນຫຼວງ ແບກແດດ
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 13/7, ຕຳຫຼວດ ຕວກກີ ອີກ​​ເທື່ອ​ໜຶ່ງ​ໄດ້​ນຳ​ໃຊ້ທໍ່​ສີດ​ນ້ຳ ​ແລະ ​​ແກັດ​ນ້ຳຕາ​ເພື່ອ​​ໃຫ້​ເລີກ​ກຸ່ມ​ຄົນ​ແຫ່​ຂະ​ວນປະ​ທ້ວງ ທີ່​ພວມ​ມານະ​ພະຍາຍາມ​ບຸກ​ເຂົ້າ​​ສວນສາ​ທາ​ລະນະ Gezi ລຽບ​ຕາມ​ສະໜາມ​ຫຼວງ Taksim ຢູ່​ນະຄອນ Istanbul, ບ່ອນ​ໄດ້​ຮັບ​ຖື​ວ່າ​ແມ່ນ “ຫົວ​ໃຈ” ຂອງ​ກະ​ແສ​ຟອງ ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Tayyip Erdogan ທີ່​ແກ່ຍາວ​ມາ​ເປັນ​ເວລາ 2 ​ເດືອນ​ຜ່ານ​ມາ. ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ກຳມະບານ​ສະຫະ​ສະມາຄົມ​ນັກ​ສາ​ຖາປະ​ນິກ ​ແລະ ນັກວິ​ສະວະ​ກອນ ປຸກລະດົມ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັບ​ຮ້ອຍຄົນ ​​ແນ​ໃສ່​ຄັດຄ້ານ​ຮ່າງ​ກົດໝາຍ​ສະບັບ​ໜຶ່ງ​ທີ່​ຈະ​ມີຜົນ​ສັດ​ສິດ​ໃນ​ອາທິດ​ໜ້າ, ຕາ​ມນັ້ນ​ແລ້ວ, ສະຫະ​ສະມາ​ຄົມ​ນີ້​ບໍ່​ມີ​ຄວາມ​ສາມາດສົ່ງ​ຜົນ​ສະທ້ອນ​ເຖິງ​ບັນດາ​​ແຜນການ​ກໍ່ສ້າງ​ຂອງ​ນະຄອນ​ອີກ. ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ Antakya, ປະຊາຊົນ​ນັບ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມກັນ​ຢູ່ Armutl ​ເພື່ອ​ອາ​ໄລ​ຫາ​ຊາວ​ທ້ອງ​ຖິ່ນ 2 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ​ກ່ອນ​ນັ້ນ. ສ່ວນ​ຢູ່​ນະຄອນຫຼວງ Ankara, ປະຊາຊົນ​ນັບ​ຮ້ອຍ​ຄົນ​ກໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສະຖານ​ທີ່​ຕ່າງໆ​ໃກ້​ກັບ​ສະຖານທູດ ອາ​ເມ​ລິ​ກາ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ ບຸນ​ກາຣີ, ມີ​ປະມານ 2.500 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ Sophia ​ເພື່ອ​ຄັດຄ້ານ​ລັດຖະບານ. ບັນ​ດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ເດີນ​ຂະ​ບວນລຽບ​ຕາມ​ຖະໜົນ​ສາຍຕ່າງໆ​ຢູ່​ໃຈກາງ, ຮຽກ​ຮ້ອງ​ໃຫ້​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Plamen Oresharski ລາ​ອອກ​ຈາກ​ຕຳ​ແໜ່​ງ. ການ​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​ເຖິງ​ສະພາບ​ການ​ສັນຈອນ​ໄປ​ມາ.

ຂ່າວ/ບົດ​ອື່ນ