ກະແສຟອງແຫ່ຂະບວນປະທ້ວງຢູ່ຝລັ່ງພວມຜັນແປໄປຢ່າງສັບສົນ

(VOVWORLD) -ມີຜູ້ແຫ່ຂະບວນປະທ້ວງ “ເສື້ອເຫືຼອງ” ນັບສີບໆຄົນຢູ່ຝລັ່ງ ໄດ້ປິດລ້ອມເສັ້ນທາງເຂົ້າສາງເຊື້ອເພີງຕົ້ນຕໍໃນວັນທີ 03 ທັນວາ, ເມື່ອກະແສຟອງການແຫ່ຂະບວນປະທ້ວງຄັດຄ້ານຂໍ້ຕົກລົງເພີ່ມລາຄາເຊື້ອເພີງໃນທົ່ວປະເທດເອີລົບນີ້ ໄດ້ແກ່ຍາວເປັນອາທິດທີ 3 ແລະ ຍັງບໍ່ທັນມີສັນຍານຈະຫຼຸດລົງເທື່ອ.

ກະແສຟອງແຫ່ຂະບວນປະທ້ວງຢູ່ຝລັ່ງພວມຜັນແປໄປຢ່າງສັບສົນ - ảnh 1 ກະແສຟອງແຫ່ຂະບວນປະທ້ວງຢູ່ຝລັ່ງພວມຜັນແປໄປຢ່າງສັບສົນ

(ພາບປະກອບ: The New York Times)

ມີຜູ້ແຫ່ຂະບວນປະທ້ວງ 50 ຄົນໄດ້ປິດລ້ອມສາງເຊື້ອເພີງຢູ່ທ່າກ່ຳປັ່ນ Fossur Mer ຢູ່ໃກ້ກັບ Marseille, ນີ້ແມ່ນເຂດເຊິ່ງໃນຊຸມມື້ຜ່ານມາ ຕຳຫຼວດຕ້ອງເຂົ້າຄວບຄຸມສະພາບຢ່າງລ້ຽວຕິດ ເພື່ອສະຫຼາຍກຸ່ມຜູ້ແຫ່ຂະບວນປະທ້ວງ ນັບແຕ່ເມື່ອເກີດກະແສຟອງການແຫ່ຂະບວນປະທ້ວງຢູ່ຝລັ່ງ. ນອກນັ້ນ, ທາງຄົມມະນາຄົມຢູ່ບັນດາເສັ້ນທາງດ່ວນກໍ່ເກີດສະພາບລົດຕິດ ເຮັດໃຫ້ບັນດານະຄອນທາງພາກໃຕ້ ຕົກຢູ່ໃນສະພາບເກີດການແຫ່ຂະບວນປະທ້ວງຍ້ອນບໍ່ເຫັນດີຕໍ່ເລື່ອງເພີ່ມອັດຕາພາສີເຊື້ອເພີງ ທີ່ໄດ້ປິນຂັ້ນໄດກາຍເປັນຂະບວນການແຫ່ຂະບວນປະທ້ວງຄັດຄ້ານບັນດານະໂຍບາຍໜູນຊ່ວຍວິສາຫະກິດຂອງທ່ານປະທານາທິບໍດີ Emmanuel Macron.

        ແລະກໍ່ໃນວັນທີ 03 ທັນວາ, ການແຫ່ຂະບວນປະທ້ວງໄດ້ແຜ່ລາມໄປເຖິງໂຮງຮຽນປະມານ 100 ແຫ່ງ ໃນທົ່ວປະເທດ ດ້ວຍເລື່ອງນັກຮຽນຄັດຄ້ານຂໍ້ກຳນົດໃໝ່ຂອງລັດຖະບານກ່ຽວກັບການເຂົ້າມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ