ກະແສແຫ່ຂະບວນປະທ້ວງຄັດຄ້ານການປະຕິຮູບຕຸລາການເພີ່ມຂຶ້ນຢູ່ ອິດສະຣາແອັນ

(VOVWORLD) - ຄາດວ່າ, ວັນທີ 14 ມິຖຸນາ, ສະພາແຫ່ງຊາດ ອິດສະຣາແອັນ ຈະປ່ອນບັດແຕ່ງຕັ້ງລັດຖະສະພາ 2 ທ່ານເຂົ້າຄະນະກຳມະການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ ເຊິ່ງລວມມີ 9 ຄົນ.
ກະແສແຫ່ຂະບວນປະທ້ວງຄັດຄ້ານການປະຕິຮູບຕຸລາການເພີ່ມຂຶ້ນຢູ່ ອິດສະຣາແອັນ - ảnh 1ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງ
(ພາບ: AFP/TTXVN)

ຕອນຄ່ຳວັນທີ 10 ມິຖຸນາ, ມີປະຊາຊົນ ອິດສະຣາແອັນ ນັບໝື່ນຄົນໄດ້ເຕົ້າໂຮມຢູ່ສະໜາມຫຼວງ Dizengoff ແລະ ນະຄອນ Kaplan, ນະຄອນ Tel Aviv ແນໃສ່ຄັດຄ້ານແຜນການປະຕິຮູບຕຸລາການຂອງລັດຖະບານ. ນີ້ແມ່ນອາທິດທີ 23 ຢ່າງລຽນຕິດ ປະຊາຊົນໄດ້ລົງຫົນທາງຄັດຄ້ານເລື່ອງສຳພັນທະມິດກຳອຳນາດ ຊອກຫາວິທີຜ່ານແຜນການກໍ່ການໂຕ້ຖຽນກັນນີ້. ຄາດວ່າ, ວັນທີ 14 ມິຖຸນາ, ສະພາແຫ່ງຊາດ ອິດສະຣາແອັນ ຈະປ່ອນບັດແຕ່ງຕັ້ງລັດຖະສະພາ 2 ທ່ານເຂົ້າຄະນະກຳມະການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ ເຊິ່ງລວມມີ 9 ຄົນ. ສຳພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ຢາກນຳໃຊ້ຈຳນວນທີ່ນັ່າງຢູ່ສະພາແຫ່ງຊາດ ເພື່ອຍາດເອົາທັງ 2 ທີ່ນັ່ງດັ່ງກ່າວ. ພາກສ່ວນຄະນະກຳມະການແຕ່ງຕັັ້ງຜູ້ພິພາກສາສານປະຊາຊົນສູງສຸດ ຍາມໃດກໍ່ແມ່ນຈຸດສຸມໃນແຜນການປະຕິຮູບຕຸລາການ ແລະ ກໍ່ແມ່ນສິ່ງທີ່ຝ່າຍຄ້າຍ ແລະ ປະຊາຊົນເດັດດຽວຄັດຄ້ານເປັນເວລາເກືອບເຄິ່ງປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ