ກາຍະສິນຫວຽດນາມພົ້ນເດັ່ນຂຶ້ນໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018

(VOVWORLD) -ໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018 ຖືກດຳເນີນໃນຕອນຄ່ຳວັນທີ 03 ມິຖຸນາ ທີ່ລອນດອນ, ປະເທດອັງກິດ, ລາຍການສະແດງຄ້ຳຢັນດ້ວຍຫົວໃສ່ກັນຂອງສອງອ້າຍນ້ອງ ກັວກເກີ - ກັວກງຽບ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມ.

ກາຍະສິນຫວຽດນາມພົ້ນເດັ່ນຂຶ້ນໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018 - ảnh 1 ລາຍການສະແດງຄ້ຳຢັນດ້ວຍຫົວໃສ່ກັນຂອງສອງອ້າຍນ້ອງ ກັວກເກີ - ກັວກງຽບໃນຄ່ຳຄືນສະແດງຊິງຊະນະເລີດ Britain’s Talent 2018

(ພາບ: tintuc.vn)

ເຖິງວ່າບໍ່ໄດ້ຮັບລາງວັນກໍຕາມ ແຕ່ລາຍການສະແດງຂອງສອງອ້າຍນ້ອງນັ້ນ ໄດ້ພິຊິດດວງໃຈຜູ້ຊົມອັງກິດ ເຊິ່ງແມ່ນບັນດາຜູ້ຄົນສຸດທີ່ເຄັ່ງຄັດໃນດ້ານສິລະປະ.

        Britain’s Talent ແມ່ນລາຍການໂທລະພາບ ເພື່ອຊອກຫາຜູ້ມີຄວາມເກັ່ງກ້າສາມາດຂອງປະເທດອັງກິດ. ລາຍການດັ່ງກ່າວ  ຖືກສ້າງຕັ້ງຂຶ້ນໂດຍ Simon Cowell ດາລານັກສະແດງຄົນໜຶ່ງຂອງອັງກິດ , ແຕ່ປີ 2007 ເປັນຕົ້ນໄປມາ. ຜູ້ຍາດໄດ້ໄຊຊະນະໃນ Britain’s Talent 2018 ແມ່ນ Lee Ridley ເຊິ່ງເປັນຄົນພິການປາກກືກ.  ດ້ວຍຄວາມຕະຫຼົກ, ຍອດຢ້ຽມເປັນພິເສດ ນັ້ນກໍຄືການໂອ້ລົມສົນທະນາກັບບັນດາທ່ານຜູ້ຊົມຜ່ານ ipad ເຊິ່ງເຮັດໃຫ້ຍາດໄດ້ລາງວັນຊະນະເລີດ ດ້ວຍຈຳນວນເງິນ 100.000 ປອນ ແລະ ຈະໄດ້ສະແດງໃຫ້ບັນດາສະມາຊິກລາຊະວົງອັງກິດຮັບຊົມ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ