ກາຕາຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງລົບລ້າງຄຳສັ່ງຂວ້ຳບາດດ້ານການຄ້າ

(VOVWORLD) -ວັນທີ 18 ຕຸລາ, ພະບາດສົມເດັດພະເຈົ້າມະຫາຊີວິດກາຕາ Tamim bin Hamad al Thani ໄດ້ຮຽກຮ້ອງໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງລົບລ້າງຄຳສັ່ງຂວ້ຳບາດດ້ານການຄ້າ “ບໍ່ຍຸຕິທຳ” ທີ່ແກ່ຍາວມາເປັນເວລາ 4 ເດືອນຜ່ານມາ

ພ້ອມທັງຢືນຢັນວ່າ, ທ່ານພ້ອມແລ້ວທີ່ຈະເຈລະຈາເພື່ອຢຸດຕິວິກິດການດ້ານການທູດຢູ່ເຂດອ່າວ ນີ້. ທ່ານ Al Thani ຊີ້ແຈ້ງວ່າ “ກາຕາ ຍາມໃດກໍ່ພ້ອມແລ້ວທີ່ຈະເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂ ຍ້ອນບໍ່ມີຜູ້ຮັບໄຊຊະນະໃນບັນຫານີ້”.

ຕອບກັບ

ຂ່າວ/ບົດ​ອື່ນ