ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ນີ​ເຊ: ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ປະ​ຕິ​ເສດ​​ການຕ້ອນ​ຮັບ​ຄະ​ນະ​ນັກ​ເຈ​ລະ​ຈາ​ສາ​ກົນ

(VOVWORLD) - ການນຳທະຫານ ນີເຊ ປະຕິເສດຕ້ອນຮັບຄະນະນັກເຈລະຈາຂອງປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາ ຕາເວັນຕົກ (ECOWAS) ທີ່ໄດ້ແຕ່ງຕັ້ງໄປຍັງ Niamey ໃນວັນທີ 9 ສິງຫາ.
ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ນີ​ເຊ: ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ປະ​ຕິ​ເສດ​​ການຕ້ອນ​ຮັບ​ຄະ​ນະ​ນັກ​ເຈ​ລະ​ຈາ​ສາ​ກົນ - ảnh 1ບັນດາການນຳຂອງອຳນາດການປົກຄອງການທະຫານ ນີເຊ ພາຍຫຼັງການກໍ່ລັດຖະປະຫານ ໃນວັນທີ 26 ກໍລະກົດ (ພາບ: Balima Boureima/REUTERS)
       ເພື່ອກຽມຄວາມພ້ອມໃຫ້ກໍລະນີບັນດາປະເທດບ້ານໃກ້ເຮືອນຄຽງດຳເນີນການແຊກແຊງດ້ານການທະຫານ, ອຳນາດການປົກຄອງທະຫານ ໂດຍຝ່າຍກໍ່ລັດຖະປະຫານສ້າງຂຶ້ນຢູ່ ນີເຊ ໄດ້ເພີ່ມທະວີບັນດາມາດຕະການໂຕ້ຕອບຢ່າງລຽນຕິດ, ລວມທັງການຈັດສົ່ງທະຫານ ແລະ ອາວຸດໄປຍັງທ້ອງຖິ່ນຕ່າງໆເພີ່ມເຕີມ ເພື່ອປ້ອງກັນນະຄອນຫຼວງ Niamey. ໃນນັ້ນ, ຂະບວນລົດທະຫານລວມມີລົດບັນທຸກ ແລະ ລົດສົ່ງທະຫານ 40 ຄັນ ຈັດສົ່ງຈາກຫຼາຍທ້ອງຖິ່ນໄດ້ມາຮອດ Niamey ໃນຄ່ຳຄືນວັນທີ 07 ສິງຫາ.

        ໄປຄຽງຄູ່ການຜັນຂະຫຍາຍເພີ່ມທະວີກຳລັງປ້ອງກັນນະຄອນຫຼວງ, ອຳນາດການປົກຄອງທະຫານຢູ່ ນີເຊ ສືບຕໍ່ສະແດງຫຼັກໝັ້ນແຂງແກ່ນຂອງຕົນຕໍ່ກຳລັງກົດດັນຈາກສາກົນ. ການນຳທະຫານ ນີເຊ ປະຕິເສດຕ້ອນຮັບຄະນະນັກເຈລະຈາຂອງປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາ ຕາເວັນຕົກ (ECOWAS) ທີ່ໄດ້ແຕ່ງຕັ້ງໄປຍັງ Niamey ໃນວັນທີ 9 ສິງຫາ. ຄະນະນັກເຈລະຈາມີທັງຜູ້ຕາງໜ້າຂອງ ສປຊ ແລະ ສະຫະພາບ ອາຟະລິກາ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ຄາດວ່າ ວັນທີ 10 ສິງຫາ, ECOWAS ຈະດຳເນີນກອງປະຊຸມສຸດຍອດ ຄັ້ງຕໍ່ໄປຢູ່ Abuja, ນີເຊ, ເພື່ອປຶກສາຫາລືການແກ້ໄຂວິກິດການຢູ່ ນີເຊ.

       ບາທີ - ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ