ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ນີ​ເຊ: ອຳ​ນາດການ​ປົກ​ຄອງ​ທະ​ຫານຍອມ​ຮັບ​​ການເຂົ້າ​ຮ່ວມ​​ເຈ​ລະ​ຈາ

(VOVWORLD) - ສະພາແຫ່ງຊາດປົກປັກຮັກສາປະເທດຊາດ ແລະ ລັດຖະບານຊົ່ວຄາວ ໂດຍອຳນາດການປົກຄອງທະຫານ ຫາກໍ່ສ້າງຕັ້ງຂຶ້ນຢູ່ ນີເຊ, ໄດ້ສະແດງຄວາມພ້ອມໃນການດຳເນີນການເຈລະຈາກັບບັນດາປະເທດບ້ານໃກ້ເຮືອນຄຽງ ອາຟະລິກາຕາເວັນຕົກ ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການໃນປັດຈຸບັນ.
ການ​ກໍ່​ລັດ​ຖະ​ປະ​ຫານ​ຢູ່ ນີ​ເຊ: ອຳ​ນາດການ​ປົກ​ຄອງ​ທະ​ຫານຍອມ​ຮັບ​​ການເຂົ້າ​ຮ່ວມ​​ເຈ​ລະ​ຈາ - ảnh 1ທ່ານນາຍົກລັດຖະມົນຕີຊົ່ວຄາວ ນີເຊ Ali Mahaman Lamine Zeine (ພາບ:Reuters)

ໃນການຜັນແປຫຼ້າສຸດກ່ຽວກັບສະພາບການກໍ່ລັດຖະປະຫານ ຢູ່ ນີເຊ, ວັນທີ 13 ສິງຫາ, ຄະນະເຈົ້າໜ້າທີ່ທາງສາສະໜາ ນີເຊ ແຈ້ງໃຫ້ຊາບວ່າ ສະພາແຫ່ງຊາດປົກປັກຮັກສາປະເທດຊາດ ແລະ ລັດຖະບານຊົ່ວຄາວ ໂດຍອຳນາດການປົກຄອງທະຫານ ຫາກໍ່ສ້າງຕັ້ງຂຶ້ນຢູ່ ນີເຊ, ໄດ້ສະແດງຄວາມພ້ອມໃນການດຳເນີນການເຈລະຈາກັບບັນດາປະເທດບ້ານໃກ້ເຮືອນຄຽງ ອາຟະລິກາຕາເວັນຕົກ ເພື່ອຊອກຫາມາດຕະການໃຫ້ແກ່ວິກິດການໃນປັດຈຸບັນ, ແທນທີ່ຈະສູ້ຢັນກັນທາງການທະຫານ. ເຈດຕະນາດີດັ່ງກ່າວ ໂດຍການນຳຝ່າຍທະຫານ ນີເຊ ກ່າວໃນການພົບປະແບບເຊິ່ງໜ້າຢູ່ນະຄອນຫຼວງ  Niamey ລະຫວ່າງຄະນະເຈົ້າໜ້າທີ່ທາງສາສະໜາ ນີເຊ ແລະ ທ່ານນາຍົກລັດຖະມົນຕີລັດຖະບານຊົ່ວຄາວ ນີເຊ Ali Mahaman Lamine Zeine.

        ນັກສັງເກດການຫຼາຍທ່ານຂອງພາກພື້ນຖືວ່າ ນີ້ແມ່ນການປ່ຽນແປງທ່າດີແບບກະທັນຫັນຂອງອຳນາດການປົກຄອງທະຫານ ນີເຊ. ຍ້ອນວ່າກ່ອນໜ້ານັ້ນ, ຝ່າຍກໍ່ລັດຖະປະຫານຢູ່ ນີເຊ ຍາມໃດກໍສະແດງຫຼັກໝັ້ນແຂງກະດ້າງ, ປະຕິເສດຕ້ອນຮັບຄະນະນັກເຈລະຈາຂອງບັນດາປະເທດ ອາຟະລິກາຕາເວັນຕົກ ແລະ ຢັ້ງຢືນພ້ອມແລ້ວທີ່ຈະໂຕ້ຕອບຄືນທຸກການກະທຳແຊກແຊງດ້ານການທະຫານເຂົ້າປະເທດນີ້.

ບ໊າທີ - ນັກຂ່າວVOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ