ການກວດກາເບື້ອງຕົ້ນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ

(VOVWORLD) - ຈຸດພົ້ນເດັ່ນຂອງລາຍການແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ເປີດສາກດ້ວຍບັນດາຝູງບິນເຮລີກອບເຕີປະກອບອາວຸດ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ.
ການກວດກາເບື້ອງຕົ້ນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ - ảnh 1ການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ສະໜາມກິລານະຄອນ ດ້ຽນບຽນຝູ
(ພາບ: TTXVN)

        ຕອນເຊົ້າວັນທີ 03 ພຶດສະພາ, ຢູ່ສະໜາມກິລານະຄອນ ດ້ຽນບຽນຝູ, ຄະນະຊີ້ນຳສູນກາງສະເຫຼີມສະຫຼອງບັນດາວັນບຸນໃຫຍ່ ແລະ ເຫດການປະຫວັດສາດສຳຄັນຂອງ ຫວຽດນາມ ໃນໄລຍະ 3 ປີ 2023 – 2025 ໄດ້ຈັດການກວດກາເບື້ອງຕົ້ນພິທີສະເຫຼີມສະຫຼອງ, ເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ທ່ານ ຫງວຽນຈ້ອງເງັ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳສູນກາງ, ເປັນປະທານລາຍການ.

        ຈຸດພົ້ນເດັ່ນຂອງລາຍການແມ່ນການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ ເປີດສາກດ້ວຍບັນດາຝູງບິນເຮລີກອບເຕີປະກອບອາວຸດ ຂຶ້ນກັບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ. ການກວດກາເບື້ອງຕົ້ງນີ້ໂດຍມີການເຂົ້າຮ່ວມຂອງກວ່າ 12.000 ຄົນ ທີ່ເຂົ້າຮ່ວມການເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມ... ພາຍຫຼັງການກວດກາເບື້ອງຕົ້ນລະດັບລັດໃນມື້ນີ້, ພິທີເດີນສວນສະໜາມສະແດງກຳລັງ, ເດີນຂະບວນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈະໄດ້ກວດກາຄັ້ງສຸດທ້າຍໃນວັນທີ 05 ພຶດສະພາ ແລະ ຈັດພິທີເປັນທາງການໃນວັນທີ 07 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ