ການກະທຳຕັ້ງຮ້ານເຈາະ ນ້ຳມັນຂອງຈີນເຮັດໃຫ້ ອາເມລິກາມີຄວາມ ເປັນຫ່ວງກັງວົນ


ການກະທຳຕັ້ງຮ້ານເຈາະ ນ້ຳມັນຂອງຈີນເຮັດໃຫ້ ອາເມລິກາມີຄວາມ ເປັນຫ່ວງກັງວົນ - ảnh 1

ທ່ານລັດຖະມົ​ນຕີ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາ John Kerry

(ພາບ: AP)

(vovworld)-ການ​ກະ​ທຳ​ຕັ້ງຮ້ານ​ເຈາະ​ນ້ຳມັນ​ຂອງ​ຈີນ​ຢູ່​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​​ໄດ້​​ເຮັດ​ໃຫ້ ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ກ່ຽວຂ້ອງ ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງເລິກ​ເຊິ່ງ“ ທ່ານລັດຖະມົ​ນຕີ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໄດ້​ເນັ້ນໜັກ​ຄື​ດັ່ງກ່າວ ​​ເພື່ອສະ​ແດງ​ຄວາມ​ວິຕົກ​ກັງວົນ​ອັນ​ເລິກ​ເຊິ່ງຕໍ່​ເລື່ອງ​ຈີນ ​ນຳຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ປ້ອງ​ກັນ​ເຂົ້າ​ເຄື​ອ່ນ​ໄຫວ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດເສດຖະກິດ​ຈຳ​ເພາະຂອງ​ຫວຽດນາມ. ກ່າວຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ກ່ອນ​ການ​ເຈລະຈາ​ຍຸດ​ທະ​ສາດ​ອາ​ເມ​ລິ​ກາ-ສິ​ງກະ​ໂປ​ຄັ້ງທີ 3, ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ, ທ່ານລັດຖະມົ​ນຕີ​ການ​ຕ່າ​ງປະ​ເທດ​ອາ​ເມ​ລິ​ກາ John Kerry ​ເນັ້ນໜັກ​ວ່າ​: ການ​ກະທຳ​ຂອງຈີນ​ ຢູ່​ເຂດ​ໝູາ​ເກາະ​ຮ່ວາງ​ຊາ​​ໄດ້​ເຮັດ​ໃຫ້ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຢ່າງເລິກ​ເຊິ່ງ:

   “ພວກ​ຂ້າພະ​ເຈົ້າມີຄວາມ​ເປັນ​ຫ່ວງ​ກັງວົນ​ທີ່​ສຸດ. ບັນດາປະ​ເທດ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫ​ວການ​ເດີນ​ທະ​ເລ ​ແລະ ຄົມມະນາຄົມ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ແລະ​ ທະ​ເລ​ຮວາ​ຕຸ​ງລ້ວນ​ແຕ່​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ກ່ຽວ​ກັບ​ການ​ກະທຳ​ເກາະ​ຜິ​ດຂອງ​ຈີນ. ອາ​ເມ​ລິ​ກາ ຫວັງ​ວ່າປະມວນ​ຂໍ້​ກຳນົດ​ການປະພຶດຈະ​ໄດ້​ຮັບ​ການ​ສ້າງຂຶ້ນ ​ແລະ ຫວັງ​ວ່າ​ເຫດການ​ດັ່ງກ່າວ​ຈະໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ ຜ່ານ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ຜ່ານ​ຕຸລາການ​ ​ແລະ ດ້ວຍ​ທຸກ​ດວິທີ​ແຕ່​ບໍ່​ໄດ້​ຕໍ່ສູ້​ໂດຍ​ກົງ ​ແລະ ມີການ​ກະທຳ​ເກາະ​ຜິດ“.

   ກ່ອນ​ໜ້ານນັ້ນ, ການ​ນຳ​ຂັ້ນສູງ​ຂອງ​ທັງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ​ອາ​ເມ​ລິ​ກາ ລ້ວນ​ແຕ່​ໄດ້​ອອກສຽງ​ຄັດຄ້ານ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີ​ນ ຢູ່​ທະ​ເລ​ຕາ​ເວັນ​ອອກ.ສ່ວນ​ລັດຖະບານ​ອັງກິດ​ ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ສະໜັບ​ສະ​ຫນູນຖະ​ແຫຼ​ງການ​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງຕຶງ ຢູ່​ທະ​ເລ​ຕາ​ເວັນ​ອອກຂອງ​ອີ​ຢູ ​ແລະ ​ໄດ້​ຍົກ​ອອກ​ບັນຫາ​ນີ້​ກັບ​ລັດຖະບານ​ຈີນ ​ແລະ ຮຽກຮ້ອງ​​ໃຫ້ຝ່າຍ​ຕ່າງໆຈົ່ງ​ລະງັບ​ໃຈ ​ແລະ ຊອກ​ຫາ​ວິທີ​ຈຳກັດ​ບໍ່​ໃຫ້​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ./.

ຂ່າວ/ບົດ​ອື່ນ