ການ​ກໍານົດ​ທິດ​ການ​​ເຄື່ອນ​ໄຫວ​ຂອງ ອີ​ຢູ ​ແມ່ນສຸມ​ໃສ່​ແຜນການ​ຟຶ​້ນຟູ ພາຍຫຼັງ​ໂລກລະບາດ​ໂຄ​ວິດ -​19

(VOVWORLD) -   ວັນທີ 16 ກັນຍາ, ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີຣົບ ໄດ້ຂຶ້ນສະເໜີສານປະຈໍາປີຕໍ່ໜ້າລັດຖະສະພາເອີີຣົບ ຢູ່ Bruxelles. 
ການ​ກໍານົດ​ທິດ​ການ​​ເຄື່ອນ​ໄຫວ​ຂອງ ອີ​ຢູ ​ແມ່ນສຸມ​ໃສ່​ແຜນການ​ຟຶ​້ນຟູ ພາຍຫຼັງ​ໂລກລະບາດ​ໂຄ​ວິດ -​19 - ảnh 1 ທ່ານນາງ Ursula von der Leyen ປະທານຄະນະກໍາມະການເອີຣົບ (ພາບ: Reuters)


ໃນບົດກ່າວປາໄສທີ່ໄດ້ຮັບຖືວ່າ ແມ່ນມີຄວາມສໍາຄັນທີ່ສຸດໃນປີ ເພື່ອແນໃສ່ວາງອອກບັນດາຍຸດທະສາດພັດທະນາໃນໄລຍະຈະມາເຖິງຂອງ ສະຫະພາບເອີຣົບ, ທ່ານນາງປະທານຄະນະກໍາມະການເອີຣົບ ໄດ້ເຕື້ອງເຖິງບັນດາແຜນການຟື້ນຟູເສດຖະກິດເອີຣົບ ພາຍຫຼັງໂລກລະບາດ ໂຄວິດ -19 ກໍຄືບັນດາໂຄງການລົງທຶນໃນຂົງເຂດເຕັກໂນໂລຢີ ແລະ ສິ່ງແວດລ້ອມ. ສໍາລັບບັນດາເປົ້າໝາຍໃນໄລຍະສັ້ນທີ່ຕ້ອງປະຕິບັດໂດຍດ່ວນ, ຕາມທ່ານນາງ Ursula von der Leyen ແລ້ວ, ບຸລິມະສິດແຖວໜ້າຂອງຄະນະກໍາມະການເອີຣົບ ແມ່ນຮັບປະກັນການຄວບຄຸມ ແລະ ຍູ້ໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ.

ກ່ຽວກັບບັນຫາ Brexit, ທ່ານນາງ ຖືວ່າ ໂອກາດເພື່ອໃຫ້ ອີຢູ ແລະ ອັງກິດ ບັນລຸໄດ້ຂໍ້ຕົກລົງພາຍຫຼັງ Brexit ແມ່ນ ສອງຝ່າຍຕ້ອງມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນບົນເນື້ອໃນຈິດໃຈເຄົາລົບກົດໝາຍສາກົນ.

ກ່ຽວກັບຂົງເຂດຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ, ທ່ານນາງປະທານຄະນະກໍາມະການເອີຣົບ ຮຽກຮ້ອງໃຫ້ປະເທດສະມາຊິກທັງໝົດ ກໍຄື ອີຢູ ຈົ່ງມີຄວາມຕັດສິນໃຈຢ່າງສູງ, ກ້າຫານ ແລະ ມີປະຕິກິລິຍາໄວ, ມີໄຫວພິບກວ່າສໍາລັບບັນດາບັນຫາໃຫຍ່ຂອງສາກົນ.

ກວາງຢຸງ - ນັກຂ່າວ VOV ປະຈໍາ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ