ການຄັດເລືອກ10ເຫດການວັດທະນະທຳ,ກິລາແລະການທ່ອງທ່ຽວດີເດັ່ນ

ການຄັດເລືອກ10ເຫດການວັດທະນະທຳ,ກິລາແລະການທ່ອງທ່ຽວດີເດັ່ນ - ảnh 1
ຈັດ​ຕັ້ງ​ການ​ຄັດ​ເລືອກ 10 ​ເຫດການ​ວັດທະນະທຳ,
 ກິລາ, ການທ່ອງທ່ຽວ​ທີ່​ດີ​ເດັ່ນ​ໃນ​ປີ 2015
(ພາບ: dantri.com.vn)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ, ໜັງສືພິມ​ວັດທະນະທຳ (ກະຊວງ​ວັດທະນະທຳ​ກິລາ​ທ່ອງ​ທ່ຽວ ຈັດ​ຕັ້ງ​ການ​ຄັດ​ເລືອກ 10 ​ເຫດການ​ວັດທະນະທຳ, ກິລາ, ການທ່ອງທ່ຽວ​ທີ່​ດີ​ເດັ່ນ​ໃນ​ປີ 2015. ຕາມ​ນັ້ນ​ແລ້ວ, ມີນັກ​ຂ່າວ 150 ຄົນ​ທີ່ຕິດຕາມດ້ານ​ວັດທະນະທຳ, ກິລາ, ທ່ອງ​ທ່ຽວ ຕາງໜ້າ​ບັນດາ​ອົງການ​ສຳນັກງານສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ປ່ອນ​ບັດ​ຄັດ​ເລືອກ​ເອົາ 10 ​ເຫດການ​ດີ​ເດັ່ນກ່ວາ​ໝູ່​ໃນ​ຈຳນວນ 15 ​ເຫດການ​ໄດ້​ຮັບ​ການສະ​ເໜີ. ບັນດາ​ເຫດການ​​ໄດ້​ຮັບ​ການ​ຄັດ​ເລືອກ​ໃນ​ປີນີ້​​ລວມມີ: UNESCO ​ຮັບຮອງ​ມໍລະດົກຫລາຍ​ປະ​ເທດ​ກ່ຽວ​ກັບພິທີການ ​ແລະ ການ​ຫຼິ້ນດຶງ​ເຊືອກ​ ​ເຂົ້າບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຕາງໜ້າ​ມວນ​ມະນຸດ; ປ່າສະຫງວນ​ແຫ່ງ​ຊາດ ຟອງ​ຍາ - ​ແກ່​ບ່າງ ​​ໂດຍ ​ UNESCO ຮັບ​ຮອງ​​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກຄັ້ງ​ທີ 2; ງານ​ວາງສະ​ແດງ 70 ປີ​ແຫ່ງ​ວັນ​ຜົນງານ​ເສດຖະກິດ - ສັງຄົມ; ​ເປັນ​ຄັ້ງ​ທຳ​ອິດ​ທີ່ລັດ ຫວຽດນາມ ຮັບຮອງ​ນາມມະຍົດ​ສິລະ​ປະກອນດີ​ເດັ່ນ, ​ເຊີດ​ຊູບັນດາຜູ້​ທີ່​ໄດ້​ຮັກສາ ພື້ນ​ເມືອງ​ວັດທະນະທຳ​​ໃນ​ຂົງ​ເຂດມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ; ລາຍການ​ໂທລະພາບ​ຖ່າຍ​ທອດ​ສົດ Good morning Amerca ຈາກ​ຖ້ຳ ​ເຊີນ​ດ່ອງ ​ແລະ ຖ້ຳ ​ແອ໋ນ ​ແຂວງ ກວາງ​ບິ່ງ; ຊີ​ເກ​ມ 28 ​ແມ່ນ​ ຊີ​ເກ​ມ ທີ່ປະສົບ​ຜົນສຳ​ເລັດທີ່​ສຸດ​ໃນ​ປະຫວັດສາດ​ກິລາຂອງ ຫວຽດນາມ; ນັກ​ກິລາ ​ແອ໋ງວຽນ ຢືນ​ໃນ Top 5 ນັກ​ລອຍ​ນ້ຳ​ຍິງ​ດີ​​ເດັ່ນກ່ວາ​ໝູ່​ໃນ ອາ​ຊຽນ.

ຂ່າວ/ບົດ​ອື່ນ