ການຄ້າອິນເດຍ-ອາຊຽນອາດສາມາດບັນລຸ 100 ຕື້ USD ໃນປີ 2020

(VOVWORLD) -ວັນທີ 20 ກໍລະກົດ, ທ່ານລັດຖະມົນຕີ ກະຊວງພັດທະນາເຂດຕົວເມືອງ ແລະ ເຮືອນຢູ່ອິນເດຍ Hardeep Singh Puri ໃຫ້ຮູ້ວ່າ, ການຄ້າລະຫວ່າງອິນເດຍ - ອາຊຽນ ອາດສາມາດບັນລຸລະດັບ 100 ຕື້ USD ໃນປີ 2020.

ກ່າວຄຳເຫັນທີ່ກອງປະຊຸມເຈລະຈາ Delhi 10 ເຊິ່ງດຳເນີນໃນວັນດຽວກັນ ຢູ່ນະຄອນຫຼວງ New Delhi, ທ່ານ Hardeep Singh Puri ຢືນຢັນວ່າ, ການພົວພັນຄູ່ຮ່ວມມືເສດຖະກິດອິນເດຍ - ອາຊຽນ ພັດທະນາໃນແຕ່ລະມື້ ແລະ ພວມຢູ່ໃນໄລຍະຂະຫຍັນຂັນເຄື່ອນ. ການພົວພັນດ້ານການຄ້າ 2 ຝ່າຍລະຫວ່າງອາຊຽນ ແລະ ອິນເດຍ ໄດ້ລື່ນກາຍຄາດໝາຍ 80 ຕື້ USD ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເພີ່ມຂຶ້ນເທົ່ານັ້ນ, ຫາກຍັງແມ່ນບັນລຸລະດັບສະຖິຕິ ນັບແຕ່ເມື່ອອິນເດຍ ແລະ ອາຊຽນ ລົງນາມໃນສັນຍາການຄ້າເສລີ FTA ເມື່ອປີ 2010.

ຕອບກັບ

ຂ່າວ/ບົດ​ອື່ນ