ການຈະ​ລາ​ຈົນ​​ເກີດ​ຂຶ້ນ​ຢູ່​ຊານ​ເມືອງ​ນະ​ຄອນຫຼວງ ປາ​ຣີ ພາຍຫຼັງ​ເກີດ​ເຫດຕຳຫຼວດຍິງ​ຊາວ​ໜຸ່ມ​​ຄົນ​ໜຶ່ງ​ເສຍ​ຊີ​ວິດ

(VOVWORLD) - ການຈະລາຈົນ ໄດ້ເກີດຂຶ້ນຢູ່ນະຄອນ Nanterre ແລະ ບັນດາເຂດໃກ້ຄຽງຢູ່ທີ່ຊານເມືອງນະຄອນຫຼວງ ປາຣີ ທາງທິດຕາເວັນຕົກ ໃນຕອນກາງຄືນວັນທີ 27 ມິຖຸນາ ແລະ ຮຸ່ງເຊົ້າວັນທີ 28 ມິຖຸນາ ພາຍຫຼັງທີ່ຕຳຫຼວດລາດຕະເວນຍິງຊາວໜຸ່ມຜູ້ໜຶ່ງ ອາຍຸ 17 ປີ ເສຍຊີວິດ ເຊິ່ງຖືວ່າ ຜູ້ນີ້ລະເມີດກົດຈາລະຈອນ ແລະ ບໍ່ປະຕິບັດຕາມການແນະນຳຂອງຕຳຫຼວດ.

  ຫຼາຍກຸ່ມຄົນໄດ້ຈັດການແຫ່ຂະບວນປະທ້ວງ, ໃນນັ້ນ ສ່ວນຫຼາຍແມ່ນຊາວໜຸ່ມ ເຊິ່ງໄດ້ເຕົ້າໂຮມຢູ່ປ້ອມຕຳຫຼວດ Nanterre, ຫຼັງຈາກນັ້ນ ມ້າງທຳລາຍປ້າຍໂຄສະນາ ແລະ ຄິວລົດເມ, ຈູດລົດໂອໂຕ, ຖັງໃສ່ຂີ້ເຫຍື້ອ ແລະ ວັດສະດຸກໍ່ສ້າງ, ອັນໄດ້ກໍ່ໃຫ້ເກີດໄຟໄໝ້ຢູ່ຫຼາຍບ່ອນ. ຈຳນວນໜຶ່ງໄດ້ປະທະກັນກັບກຳລັງຕຳຫຼວດ. ກະຊວງພາຍໃນ ຝະລັ່ງ ໄດ້ເພີ່ມທະວີກຳລັງຕຳຫຼວດ 1.200 ຄົນຕື່ມອີກ, ນຳໃຊ້ແກັສນ້ຳຕາເພື່ອປາບປາມ ແລະ ກັກຕົວຊົ່ວຄາວຢ່າງໜ້ອຍສຸດ 24 ຄົນ.

        ກໍໃນວັນດຽວກັນ, ສະພາບການດັ່ງກ່າວກໍເກີດຂຶ້ນຢູ່ຫຼາຍເຂດພາກອ້ອມຂ້າງ ໃນຂະນະທີ່ຄວາມເຄັ່ງຕຶງ ໄດ້ເພີ່ມຂຶ້ນຢູ່ຫຼາຍນະຄອນໃຫຍ່ອື່ນໆ.

ແມ້ງຮ່າ - ນັກຂ່າວ VOV ປະຈຳ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ