ການຊ້ອມຮົບທາງອາກາດສາກົນຢູ່ບຣາຊິນ

(VOVWORLD) -ການຊ້ອມຮົບທາງອາກາດທີ່ມີຊື່ວ່າ Cruzex 2018 ດຳເນີນຢູ່ນະຄອນ Natal, ເມືອງເອກ Rio Grande de Norte, ປະເທດບຣາຊິນ ໃນວັນທີ 19 ພະຈິກ, ໂດຍມີການເຂົ້າຮ່ວມຂອງເຮືອບິນ 100 ລຳ ທີ່ມາຈາກ 7 ປະເທດໃນໂລກ.

ການຊ້ອມຮົບທາງອາກາດສາກົນຢູ່ບຣາຊິນ - ảnh 1 ການຊ້ອມຮົບທາງອາກາດທີ່ມີຊື່ວ່າ Cruzex 2018

(ພາບ: blogdofreire.com)

ນີ້ແມ່ນການຊ້ອມຮົບທາງອາກາດໃຫຍ່ກວ່າໝູ່ ໂດຍກອງທັບອາກາດ, ທະຫານບົກ, ທະຫານເຮືອ ເປັນເຈົ້າພາບຈັດຕັ້ງ ແລະ ຈະແກ່ຍາວຮອດວັນທີ 30 ພະຈິກ. ຕາມແຜນການ, ບຣາຊິນ, ການາດາ, ຈີເລ, ຝລັ່ງ, ເປຣູ, ອູຣູກວາຍ ແລະ ອາເມລິກາ ເຂົ້າຮ່ວມການຊ້ອນຮົບສົມມຸດຖານເກີດສົງຄາມທາງອາກາດກັບເຮືອບິນສູ້ຮົບທີ່ທັນສະໄໝ, ໃນຂະນະທີ່, ໂບລີເວຍ, ອິນເດຍ, ຊູແອດ, ອັງກິດ ແລະ ເວເນຊູເອລາ ແມ່ນບັນດາປະເທດສັງເກດການ. ນອກນັ້ນ, ກຳລັງພິເສດຂອງປອກຕຸຍການ ແລະ ຝລັ່ງ ກໍ່ເຂົ້າຮ່ວມການຊ້ອມຮົບ ດ້ວຍຖານະເປັນນັກບັນລະຍາຍທີ່ກອງປະຊຸມສຳມະນາກ່ຽວກັບການນຳໃຊ້ກຳລັງແຮງເຫຼົ່າທັບອາກາດໃນບັນດາໜ້າທີ່ຮັບຜິດຊອບຂອງສະຫະປະຊາຊາດ.

        ການຊ້ອມຮົບຈະຊ່ວຍໃຫ້ກອງທັບບັນດາປະເທດ ມີກາລະໂອກາດໄດ້ສົມທົບກັນຊ້ອມຮົບ, ຝຶກຊ້ອມ, ແລກປ່ຽນບົດຮຽນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງບັນດາປະເທດ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ.

ຕອບກັບ

ຂ່າວ/ບົດ​ອື່ນ