ການຊຳລະໜີ້ສິນແລະເງິນຊ່ວຍເຫຼືອປີ2014ຄາດວ່າບັນລຸໄດ້ຕາມການຄາດຄະເນ

ການຊຳລະໜີ້ສິນແລະເງິນຊ່ວຍເຫຼືອປີ2014ຄາດວ່າບັນລຸໄດ້ຕາມການຄາດຄະເນ - ảnh 1
ພາບ​ປະ​ກອບ

(vovworld) – ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ກະ​ຊ​ວງ​ການ​ເງິນ​ທີ່ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ແລ້ວ, ການ​ຊຳ​ລະ​ໜີ້ ແລະ ​ເງິນ​ຊ່ວຍ​ເຫຼືອ, ​ຕາມ​ແຜນ​ການ​ແລ້ວ​ແມ່ນ 120.000 ຕື້​ດົ່ງ, ​ໃນ​ໄລ​ຍະປະ​ຕິ​ບັດ 9 ເດືອນ​ແມ່ນ​ກ່​ວາ 100.000 ຕື້​ດົ່ງ, ເທົ່າ​ກັບ 84,9% ​ຂອງ​ແຜນການ​, ເພີ່ມ​ຂຶ້ນ 30% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2013. ຄາດ​ວ່າ​ທັງ​ປີ​​ຈະບັນ​ລ​ຸ​ໄດ້ 120.000 ຕື້​ດົງ, ເທົ່າ​ກັບ 100% ​ຂອງ​ແຜນການ​, ເພີ່ມ​ຂຶ້ນ 14,3% ເມື່ອ​ທ​ຽບ​ໃສ່​ປີ 2013.

        ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຫວຽດ​ນາມ ດິງ​ຕ໋ຽ​ນ​ຢູ້ງ ຢືນ​ຢັນ​​ວ່າວຽກ​ງານ​ຄຸ້ມ​ຄອງ, ບ​ໍ​ລິ​ຫານ​ງົບ​ປະ​ມານ​ແຫ່ງ​ລັດ​ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ຈ່າຍ​ຕາມ​ແຜນ​ງົບ​ປະ​ມານ​ທີ່​ໄດ້​ມອບໝາຍ, ເພີ່ມ​ຄວາມ​ສາ​ມາດ​ຊຳ​ລະ​ໜີ້​ສິນ​ຂອງ​ງົບ​ປະ​ມານຫ່ງ​ລັດ, ພ້ອມ​ທັງ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ຄື: ແກ້​ໄຂ​ຜົນ​ຮ້າຍ​ຍ້ອນ​ພະ​ຍຸ, ນ້ຳ​ຖ​້ວມກໍ່​ຂຶ້ນ, ເພີ່ມ​​ງົບ​ປະ​ມານ​ປ້ອງ​ກັນ, ຕ້ານ​ໂລກ​ພະ​ຍາດ… ຄຽງ​ຄູ່​ກັນ​ນັ້ນ, ອົງ​ການ​ການ​ເງິນ​ທ​ຸກ​ຂັ້ນ​ເພີ່ມ​ທະ​ວີ​ວຽກ​ງານ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ທຶນ, ຊັບ​ສົນ​ບັດ​​ຂອງ​ລັດ​ຢູ່ບ​ັນ​ດາ​ຫົວ​ໜ່​ວຍ​ນຳ​ໃຊ້​ງົບ​ປະ​ມານ, ສຸມ​ໃສ່​ກວດ​ກາ​ເລື່ອງ​ນຳ​ໃຊ້​ລາຍ​ຈ່າຍ​ຈັດ​ຕັ້ງ​ກອງ​ປະ​ຊຸມ, ​ແຕ່ງ​ຕັ້ງ​ບັນ​ດາ​ຄະ​ນະ​​ພົບ​ປະ​ແລກ​ປ່ຽນ, ໄປ​ທັດ​ສະ​ນະ​ສຶກ​ສາ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

 


ຂ່າວ/ບົດ​ອື່ນ