ການດຶງ​ດູດທຶນ FDI ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນກ່​ວາ 3%

(VOVWORLD) -ໃນ 11 ເດືອນຕົ້ນປີ 2019, ຍອດເງິນຈົດທະບຽນໃໝ່, ທຶນດັດສົມ ແລະ ປະກອບທຶນຊື້ຫຸ້ນຂອງ ນັກລົງທຶນຕ່າງປະເທດ ບັນລຸໄດ້ 31,8 ຕື້ USD, ເພີ່ມຂຶ້ນ 3,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2018. 
ການດຶງ​ດູດທຶນ FDI ໃນ​ທົ່ວ​ປະ​ເທດ​ເພີ່ມ​ຂຶ້ນກ່​ວາ 3% - ảnh 1ພາບປະກອບ 

ໃນນັ້ນ, ການລົງທຶນຕາມຮູບແບບປະກອບທຶນຊື້ຫຸ້ນມີທ່າອຽງເພີ່ມຂຶ້ນຢ່າງແຮງ ແລະ ກວມອັດຕາສ່ວນນັບມື້ນັບສູງຂຶ້ນໃນຍອດເງິນລົງທຶນຈາກຕ່າງປະເທດ. ສິ່ງທີ່ໜ້າສົນໃຈວ່າ ຈຳນວນບັນດາຄະນະຜູ້ແທນຕ່າງປະເທດມາຊອກຮູ້ໂອກາດລົງທຶນຢູ່ ຫວຽດນາມເພີ່ມຂຶ້ນແຮງປະມານ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

        ບັນດານັກລົງທຶນຕ່າງປະເທດໄດ້ສຸມໃສ່ 19 ຂະແໜງ, ຂົງເຂດຄື: ອຸດສາຫະກຳການປຸງແຕ່ງ, ປະດິດສ້າງ; ດຳເນີນທຸລະກິດອະສັງຫາລິມະຊັບ…

        ປັດຈຸບັນມີ 117 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນ ຢູ່ ຫວຽດນາມ.  ຮົ່ງກົງ (ຈີນ) ຢືນຢູ່ອັນດັບທີ 1 ດ້ວຍຍອດເງິນລົງທຶນ ເກືອບ 6,7 ຕື້ USD ຖັດຈາກນັ້ນແມ່ນ: ສ.ເກົາຫຼີ, ສິງກະໂປ, ຈີນ ແລະ ຍີ່ປຸ່ນ..

ຕອບກັບ

ຂ່າວ/ບົດ​ອື່ນ