ການຕ່າງປະເທດ ປະຊາຊົນສືບຕໍ່ປະຕິບັດ ຕາມແຜນນະໂຍບາຍ ເຊື່ອມໂຍງເຂົ້າກັບສາກົນ

ການຕ່າງປະເທດ ປະຊາຊົນສືບຕໍ່ປະຕິບັດ ຕາມແຜນນະໂຍບາຍ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ອາຍຸ​ການ 2003 – 2013, ​ໃນອາຍຸ​ການ 5 ປີ​ຈະ​ມາ​ເຖິງ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈະ​ສືບ​ຕໍ່​ພັດທະນາ​ວຽກ​ງານ​ຂອງ​ຕົນຕາມ​ແຜນ​ນະ​ໂຍບາຍ​ລວ​ມຂອງ​ພັກ, ລັດ​ຫວຽດນາມ ​ແມ່ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ. ທ່ານ​ຮອງ​ປະທານ​ຜູ້​ປະຈຳ​ການສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ດົນຕ໋ວນຟອງ ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ໃນ​ວັນ​ທີ 24/12, ​ເພື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ໝາກຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ປະຊາຊົນ​ອາຍຸ​ການ 2008 – 2013 ​ແລະ ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດສະຫະພັນ​ຄັ້ງ​ທີ 5 ອາຍຸ​ການ 2013 – 2017, ​ເຊິ່ງຈະດຳ​ເນີນຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 30/12 ຈະ​ມາ​ເຖິງ.

        ຕາມ​ທ່ານ ດົນຕ໋ວນຟອງ ​ແລ້ວ, ການ​ເຄື່ອນ​ໄຫວ​ຂອງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ​ໃນ 5 ປີຜ່ານມາ ​ໄດ້​ຮັບ​ການ​ພັດ​ທະນາ​ຢ່າງ​ແຮງ, ຕັ້ງໜ້າ, ມີ​ລັກສະນະ​ກະ​ໂດດ​ຂັ້ນ​ໃນ​ວຽກ​ງານ​ສັນຕິພາບ, ສາມັກຄີ, ຮ່ວມ​ມື​ກັບ​ປະຊາຊົນ ​ແລະ ຂົນຂວາ​ຍການອຸປະຖຳ​ບໍ​ຂຶ້ນ​ກັບ​ລັດ​ຖະບານ​ຂອງຕ່າງປະ​ເທດ. ​ໃນ 5 ປີ​ຈະ​ມາ​ເຖິງສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈະປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ. ທ່ານ ດົນຕ໋ວນຟອງ ​ເນັ້ນ​ໜັກ​ວ່າ.

        “​ໃນ​ອາຍຸ​ການ​ຈະ​ມາ​ເຖິງ, ສະຫະພັນ​ຈະ​ສືບ​ຕໍ່​ປິ​ຕິ​ບັດ​ແຜນ​ນະ​ໂຍບາຍ​ລວມ ​ແມ່ນ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ. ພວກ​ເຮົາ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອງ​ຄຽງ, ບັນດາ​ປະ​ເທດ​ທີ່​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ, ​ໃຫ້​ບຸລິມະສິດ​ແກ່​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ສື່​ຂ່າວການ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ປະກອບສ່ວນ​ຮັກສາສິດຜົນປະ​ໂຫຍດອັນ​ສອບ​ທຳ​ຂອງ​ຫວຽດນາມ ​​ເມື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”.

        ຄາດ​ວ່າ, ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຈະ​ມີ​ຜູ້​ແທນ​ກວ່າ 500 ທ່ານທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ