ການ​ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ​ຄັ້ງ​ທີ 52 ທາງ​ອອນ​ລາຍ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) -ຕອນເຊົ້າວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM - 52) ໂດຍໄດ້ຈັດຕັ້ງຂຶ້ນທາງອອນລາຍໃນລະຫວ່າງ ວັນທີ 22 – 29 ສິງຫາ ປີ 2020.
ການ​ຖະ​ແຫຼງ​ຂ່າວກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ​ຄັ້ງ​ທີ 52 ທາງ​ອອນ​ລາຍ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ - ảnh 1

ທ່ານລັດຖະມົນຕີເຈິ່ນຕ໊ວນແອັງເປັນປະທານຖະແຫຼງຂ່າວ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໝາກຜົນສຳຄັນທີ່ສຸດທີ່ບັນລຸໄດ້ທີ່ກອງປະຊຸມ AEM – 52 ຄັ້ງນີ້ ສຳລັບຫວຽດນາມ ແມ່ນເລື່ອງບັນດາທ່ານລັດຖະມົນຕີໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການປະຕິບັດບັນດາຂໍ້ລິເລີ່ມ, ການບຸລິມະສິດ ເສດຖະກິດໂດຍຫວຽດນາມ ຍົກອອກໃຫ້ປີປະທານ. 

ບັນດາທ່ານລັດຖະມົນຕີໄດ້ປຶກສາຫາລືດານກຳນົດທິດສ້າງແຜນການສັງລວມການຟື້ນຟູເສດຖະກິດ ອາຊຽນ ໃນຫ້ແກ່ໄລຍະຫຼັງໂລກລະບາດ Covid -19. ອາຊຽນໄດ້ເຫັນດີເປັນເອກະພາບບຸລິມະສິດການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ລະຫວ່າງ ອາຊຽນ ແລະ 6 ປະເທດຄູ່ຮ່ວມມືທີ່ໄດ້ເຊັນສັນຍາການຄ້າເສລີ (FTA) ກັບອາຊຽນແລ້ວ.

ທີ່ບັນດາກອງປະຊຸມ AEM 52 ຄັ້ງນີ້, “ແຜນການເຄື່ອນໄຫວອາຊຽນ+ 3 ກ່ຽວກັບການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງໂລກລະບາດ Covid - 19” ແລະ “ຂໍ້ລິເລີ່ມລວມ ຂອງທ່ານລັດຖະມົນຕີເສດຖະກິດ ອາຊຽນ ແລະ ສ.ເກົາຫຼີ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ເສດຖະກິດ ຮັບມືກັບໂລກລະບາດ Covid - 19” ໄດ້ຮັບການຮັບຮອງເອົາຈາກທ່ານລັດຖະມົນຕີເສດຖະກິດບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ