ການຖະແຫຼງຂ່າວກ່ຽວກັບງານບຸນ ກາເຟ ບວນມາທວດ ຄັ້ງທີ 8 ປີ 2023 ຢູ່ຮ່າໂນ້ຍ

(VOVWORLD) - ນີ້ແມ່ນເຫດການວັດທະນະທຳຂະໜາດໃຫຍ່, ສ້າງໂອກາດເພື່ອໂຄສະນາເຄື່ອງໝາຍການຄ້າ ກາເຟ ບວນມາທວດ ຂອງ ຫວຽດນາມ, ນຳ ບວນມາທວດ ໃຫ້ກາຍເປັນຈຸດໝາຍປາຍທາງຂອງກາເຟໂລກເທື່ອລະກ້າວ
ການຖະແຫຼງຂ່າວກ່ຽວກັບງານບຸນ ກາເຟ ບວນມາທວດ ຄັ້ງທີ 8 ປີ 2023 ຢູ່ຮ່າໂນ້ຍ - ảnh 1ທ່ານ ຫງວຽນຕວນຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນ
(ພາບ:VOV)

ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະກຳມະການປະຊາຊົນແຂວງ ດັກລັກ ໄດ້ຈັດການຖະແຫຼງຂ່າວ ແນະນຳກ່ຽວກັບງານບຸນ ກາເຟ ບວນມາທວດ ຄັ້ງທີ 8 ປີ 2023.

        ງານບຸນດັ່ງກ່າວມີຫົວຂໍໍ້ “ບວນມາທວດ -  ຈຸດໝາຍປາຍທາງຂອງກາເຟໂລກ” ໄດ້ຈັດຂຶ້ນເປັນເວລາ 5 ວັນ, ເຊິ່ງເລີ່ມແຕ່ວັນທີ 10 – 14 ມີນາ 2023, ມີການເຄື່ອນໄຫວດ້ານການຄ້າ ແລະ ວັດທະນະທຳຫຼາຍຢ່າງ. ນີ້ແມ່ນເຫດການວັດທະນະທຳຂະໜາດໃຫຍ່, ສ້າງໂອກາດເພື່ອໂຄສະນາເຄື່ອງໝາຍການຄ້າ ກາເຟ ບວນມາທວດ ຂອງ ຫວຽດນາມ, ນຳ ບວນມາທວດ ໃຫ້ກາຍເປັນຈຸດໝາຍປາຍທາງຂອງກາເຟໂລກເທື່ອລະກ້າວ. ທ່ານ ຫງວຽນຕວນຮ່າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ດັກລັກ, ຫົວໜ້າຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຢາກຍົກລະດັບເຄື່ອງໝາຍການຄ້າກາເຟບວນມາທວດ, ບໍ່ພຽງແຕ່ເປັນມູນຄ່າທາງການຄ້າ, ກຳໄລ ເທົ່ານັ້ນ, ຫາກຍັງນັບທັງຄຸນຄ່າວັດທະນະທຳ, ຄວາມຍອດຍິ່ງວັດທະນະທຳກາເຟ ຂອງ ນະຄອນ ບວນມາທວດ, ແຂວງ ດັກລັກ ເວົ້າສະເພາະ, ຂອງເຂດ ໄຕງວຽນ ແລະ ທົ່ວປະເທດເວົ້າລວມ. ພວກຂ້າພະເຈົ້າຫວັງວ່າ, ກາເຟ ຫວຽດນາມ ຈະໄດ້ສົ່ງອອກໄປຫຼາຍປະເທດໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ