ການທູດຕ້ອງເປັນເຈົ້າການ, ມີໄຫວພິບ ຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນສ້າງຕັ້ງຂະແໜງການທູດ (28 ສິງຫາ 1945 – 28 ສິງຫາ 2022), ຕອນບ່າຍວັນທີ 23 ສິງຫາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຮັດວຽກກັບກະຊວງການຕ່າງປະເທດກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ການທູດຕ້ອງເປັນເຈົ້າການ, ມີໄຫວພິບ ຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ - ảnh 1ທ່ານປະທານ ຫງວຽນຊວນຟຸກກ່າວຄຳເຫັນທີ່ການພົບປະເຮັດວຽກ (ພາບ: TTXVN)

     ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະເໜີໃຫ້ຂະແໜງການທູດ ຕ້ອງເປັນເຈົ້າການ, ມີໄຫວພິບ ຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ. ຕາມນັ້ນແລ້ວ, ຂະແໜງການທູດຕ້ອງກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດ ແລະ ປະຕິບັດ 3 ໜ້າທີ່ຍຸດທະສາດຄື: ຮັກສາສັນຕິພາບ ແລະ ສະຖຽນລະພາບ ແມ່ນວຽກງານສຳຄັນ, ເປັນປະຈຳ. ; ຮັບໃຊ້ການພັດທະນາຂອງປະເທດຊາດ ແມ່ນວຽກງານໃຈກາງ; ຍົກສູງທີ່ຕັ້ງ ບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດແມ່ນໜ້າທີ່ສຳຄັນ.

     ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຂະແໜງການທູດຄວນສືບຕໍ່ກຳນົດ “ການຕ່າງປະເທດເອກະລາດ ເປັນເຈົ້າຕົນເອງ” ແມ່ນແຜນນະໂຍບາຍໃຫຍ່ ແລະ ສຳຄັນ; ສືບຕໍ່ຊຸກຍູ້ການພົວພັນຂອງຫວຽດນາມກັບຄູ່ຮ່ວມມືຢ່າງເລິກເຊິ່ງ, ມີປະສິດທິຜົນ, ສະຖຽນລະພາບ ແລະ ຍືນຍົງ; ກຳນົດການທູດຮັບໃຊ້ການພັດທະນາເປັນໜ້າທີ່ໃຈກາງ; ຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍໃຫ້ເໝາະສົມກັບທ່ວງທ່າ ແລະ ກຳລັງໃໝ່ຂອງປະເທດຊາດ

ຕອບກັບ

ຂ່າວ/ບົດ​ອື່ນ