ການ​ນຳ​ Kim Jong-un ເປັນ​ປະ​ທານກອງ​ປະ​ຊຸມ​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ.ເກົາຫຼີ

(VOVWORLD) - ທີກ່ອງປະຊຸມ, ສປປ.ເກົາຫຼີ ຕົກລົງຈັດຕັ້ງ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະບໍລິຫານງານສູນກາງພັກ ແຮງງານ ສປປ.ເກົາຫຼີ ຊຸດທີ VIII ເມື່ອຕົ້ນເດືອນນີ້, ແນໃສ່ຍົກອອກບັນດາມາດຕະການເພີ່ມເຕີມ ຂອງລັດ ເພື່ອແກ້ໄຂບັນດາບັນຫາຮີບດ່ວນດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ.
ການ​ນຳ​ Kim Jong-un ເປັນ​ປະ​ທານກອງ​ປະ​ຊຸມ​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ.ເກົາຫຼີ - ảnh 1ການນຳ ສປປ.ເກົາຫຼີ Kim Jong-un (ພາບ: KCNA/TTXVN)

ວັນທີ 5 ມິຖຸນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໄດ້ລົງຂ່າວວ່າ ການນຳ Kim Jong-un ໄດ້ເປັນປະທານກອງປະຊຸມກົມການເມືອງຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ. ນີ້ແມ່ນຄັ້ງທຳອິດ, ການນຳ ສປປ.ເກົາຫຼີ ປະກົດຕົວຕໍ່ໜ້າມະຫາຊົນໃນຮອບເວລາ 1 ເດືອນທີ່ຜ່ານມາ.

ທີກ່ອງປະຊຸມ, ສປປ.ເກົາຫຼີ ຕົກລົງຈັດຕັ້ງ ກອງປະຊຸມຄົບຄະນະຄັ້ງທີ 3 ຂອງ ຄະນະບໍລິຫານງານສູນກາງພັກ ແຮງງານ ສປປ.ເກົາຫຼີ ຊຸດທີ VIII ເມື່ອຕົ້ນເດືອນນີ້, ແນໃສ່ຍົກອອກບັນດາມາດຕະການເພີ່ມເຕີມ ຂອງລັດ ເພື່ອແກ້ໄຂບັນດາບັນຫາຮີບດ່ວນດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ. ຕາມການນຳ ສປປ.ເກົາຫຼີ ແລ້ວ, ກອງປະຊຸມຄົບຄະນະນີ້ ໄດ້ຮັບການຈັດຕັ້ງເພື່ອແນໃສ່ ກວດກາຄືນບັນດາບັນຫາພາຍໃນປະເທດ ໃນໄລຍະ 6 ເດືອນຕົ້ນປີ 2021, ພ້ອມທັງຍົກອອກບັນດາມາດຕະການໃໝ່ເພື່ອແກ້ໄຂ “ບັນດາບັນຫາທີ່ຍັງບໍ່ທັນເໝາະສົມ”.

ຕອບກັບ

ຂ່າວ/ບົດ​ອື່ນ