ການນຳ Kim Jong-un ເລີ່ມການເດີນທາງໄປ ລັດເຊຍ

(VOVWORLD) - ທ່ານ Kim Jong-un ໄດ້ໄປພ້ອມກັບບັນດາເຈົ້າໜ້າທີ່ແຖວໜ້າຂອງພັກແຮງງານ ແລະ ກອງທັບ ສປປ.ເກົາຫຼີ.
ການນຳ Kim Jong-un ເລີ່ມການເດີນທາງໄປ ລັດເຊຍ - ảnh 1 ການນຳ ສປປ.ເກົາຫຼີ Kim Jong-un
(ພາບ: KCNA)

          ການນຳ ສປປ.ເກົາຫຼີ Kim Jong-un ໄດ້ເດີນທາງອອກຈາກ ສປປ.ເກົາຫຼີ ເພື່ອໄປ ລັດເຊຍ ດ້ວຍລົດໄຟ ໃນຕອນບ່າຍວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ). ຕອນເຊົ້າວັນທີ 12 ກັນຍາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ ໄດ້ຢັ້ງຢືນຂ່າວຄາວດັ່ງກ່າວ, ພາຍຫຼັງ 1 ວັນທີ່ ສປປ.ເກົາຫຼີ ໃຫ້ຮູ້ວ່າ, ທ່ານ Kim Jong-un ຈະໄປຢ້ຽມຢາມ ລັດເຊຍ ໃນໄວໆນີ້ ເພື່ອເຈລະຈາກັບຄູ່ຕຳແໜ່ງ ລັດເຊຍ Vladimir Putin.

          ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ທ່ານ Kim Jong-un ໄດ້ໄປພ້ອມກັບບັນດາເຈົ້າໜ້າທີ່ແຖວໜ້າຂອງພັກແຮງງານ ແລະ ກອງທັບ ສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນຮູ້ເວລາ ແລະ ສະຖານທີ່ ທີ່ການນຳ 2 ທ່ານນີ້ຈະດຳເນີນການພົບປະສຸດຍອດເທື່ອ. ວັງ Kremlin ໃຫ້ຮູ້ວ່າ, ບັນດາການເຈລະຈາລະຫວ່າງຄະນະຜູ້ແທນ ສປປ.ເກົາຫຼີ ແລະ ລັດເຊຍ ໄດ້ຂຶ້ນແຜນໃນການຢ້ຽມຢາມຂອງທ່ານ Kim Jong-un.

ຕອບກັບ

ຂ່າວ/ບົດ​ອື່ນ