ການນຳ ຈີນ, ລັດເຊຍ ອອກຖະແຫຼງການຮ່ວມເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕືື່ມ

(VOVWORLD) - ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນ ຈີນ - ລັດເຊຍ ໃນໄລຍະ 75 ປີຜ່ານມາ, ແລກປ່ຽນບັນດາທັດສະນະກ່ຽວກັບການພົວພັນ 2 ຝ່າຍ
ການນຳ ຈີນ,  ລັດເຊຍ ອອກຖະແຫຼງການຮ່ວມເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງຂຶ້ນຕືື່ມ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ
(ພາບ: AFP/TTXVN)

        ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ ປັກກິ່ງ, ໃນວັນທີ 16 ພຶດສະພາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ແຈ້ງໃຫ້ຊາບວ່າ, ທີ່ການພົບປະເຈລະຈາກ່ອນນັ້ນໃນວັນດຽວກັນ, ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບການພົວພັນ ຈີນ - ລັດເຊຍ ໃນໄລຍະ 75 ປີຜ່ານມາ, ແລກປ່ຽນບັນດາທັດສະນະກ່ຽວກັບການພົວພັນ 2 ຝ່າຍ, ກໍຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ວາງອອກທິດທາງໃຫ້ແກ່ການພົວພັນ ແລະ ຮ່ວມມື ຈີນ - ລັດເຊຍ ໃນວົງກວ້າງ. ທ່ານ ສີຈິ້ນຜິງ ຊີ້ແຈ້ງວ່າ, 2 ຝ່າຍໄດ້ລົງນາມ ແລະ ປະກາດໃຊ້ຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສົມທົບກັນໃນສັງກາດໃໝ່ໃຫ້ເລິກເຊິ່ງຂຶ້ນຕື່ມ, ພ້ອມທັງເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງ 2 ຝ່າຍຈຳນວນໜຶ່ງ.

        ສ່ວນທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ຖະແຫຼງການຮ່ວມໄດ້ວາງອອກບັນດາໜ້າທີ່ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງໃໝ່ ແລະ ບັນດາເປົ້າໝາຍໄລຍະຍາວໃຫ້ແກ່ການພັດທະນາຂອງການພົວພັນ ລັດເຊຍ - ຈີນ ທັງໝົດ. 2 ຝ່າຍສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດເປົ້າໝາຍດັ່ງກ່າວດ້ວຍເລື່ອງ ລົງນາມໃນການຮ່ວມມືລະຫວ່າງລັດຖະບານ, ລະຫວ່າງບັນດາອົງການ ແລະ ສັນຍາການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ