ການນຳ ຈີນ,ລາວ ສົ່ງໂທລະເລກຢ້ຽມຢາມຖາມຂ່າວການນຳ ສສ ຫວຽດນາມ ກ່ຽວກັບຄວາມເສຍຫາຍໂດຍພາຍຸກໍ່ຂຶ້ນ

(VOVWORLD) -ໃນນາມພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມເຫັນອົກເຫັນໃຈອັນສຸດຊຶ້ງ ແລະ ຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ

ເມື່ອໄດ້ຮັບຂ່າວວ່າ ພາຍຸ Damrey ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ຢູ່ບາງແຂວງທາງທິດໃຕ້ພາກກາງ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ສີຈິ້ນຜິງ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງ ທ່ານເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານປະທານປະເທດແຫ່ງ ສສ ຫວຽດນາມ ເຈີ່ນດ້າຍກວ່າງ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງ ທ່ານປະທານປະເທດແຫ່ງ ສສ ຫວຽດນາມ ເຈີ່ນດ້າຍກວາງ. ໃນສານມີຕອນຂຽນວ່າ: “ໃນນາມພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມເຫັນອົກເຫັນໃຈອັນສຸດຊຶ້ງ ແລະ ຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ໂດຍສະເພາະແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້;

        ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ ແລະ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງພັກ, ລັດຖະບານ ຫວຽດນາມ ທັງຂັ້ນສູງກາງ ແລະ ທ້ອງຖິ່ນ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.”

ຕອບກັບ

ຂ່າວ/ບົດ​ອື່ນ