ການນຳ ຈີນໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ.

(VOVWORLD) - ວັນທີ 15 ກັນຍາ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໃນຂະນະທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽນ ເຈລະຈາກັບຄູ່ຕຳແຫນ່ງ ຢູ່ ປັງກີງ. 

ການນຳ ຈີນໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ.  - ảnh 1ທ່ານນາຍົກລັດຖະມົນຕີ ຫລີຊຽງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hun Manet. ພາບ: ຂ່າວສານຊີນຮົວ

ສອງຝ່າຍ ຢືນຢັນຖືເປັນສຳຄັນກໍ່ຄືຕັດສິນໃຈປັບປຸງ ແລະ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ທີ່ການພົບປະ, ທ່ານປະທານປະເທດຈີນ ເນັ້ນຫນັກວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ເລືອກເຟັ້ນ ຈີນ ແມ່ນປະເທດທຳອິດ ໄປຢ້ຽມຢາມ ພາຍຫລັງຮັບດຳລົງຕຳແຫນ່ງ ແມ່ນສະແດງໃຫ້ເຫັນການຖືເປັນສຳຄັນຂອງລັດຖະບານໃຫມ່ຂອງກຳປູເຈຍ ໃນການປັບປຸງ ແລະພັດທະນານ້ຳໃຈມິດຕະພາບ ຈີນ -ກຳປູເຈຍ. ທ່ານຢືນຢັນ ຈີນພ້ອມແລ້ວທີ່ຈະພ້ອມກັບກຳປູເຈຍ ຊຸກຍູ້ສ້າງປະຊາຄົມຮ່ວມຊາຕະກຳ ລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແທດຈິງ.

ການນຳ ຈີນໃຫ້ການຕ້ອນຮັບ ແລະ ເຈລະຈາກັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ.  - ảnh 2ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet . ພາບ: ຂ່າວສານຊີນຮົວ

ຕອບກັບ

ຂ່າວ/ບົດ​ອື່ນ