ການນຳ ຝະຣັ່ງ, ເຢຍລະມັນ ສະໜັບສະໜູນ ແອັດສະປາຍ ໃນວິກິດການຢູ່ Catalonia

(VOVWORLD) - ວັນທີ 19 ຕຸລາ, ບັນດາການນຳ ຝະຣັ່ງ, ເຢຍລະມັນ ໄດ້ອອກສຽງສະໜັບສະໜູນລັດຖະບານ ແອັດສະປາຍ ຢ່າງແຮງ ກ່ຽວກັບການແກ້ໄຂວິກິດການທີ່ກ່ຽວຂ້ອງເຖິງເຂດ Catalonia ທວງເອົາຄວາມເອກະລາດ,
ການນຳ ຝະຣັ່ງ, ເຢຍລະມັນ ສະໜັບສະໜູນ ແອັດສະປາຍ ໃນວິກິດການຢູ່ Catalonia - ảnh 1ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ພາບ:  AFP/TTXVN

ກໍ່ຄືສະໜັບສະໜູນປະຕິກິລິຍາຂອງ Madrid ສຳລັບວິກິດການດ້ານການເມືອງຢ່າງຮ້າຍແຮງທີ່ສຸດຢູ່ປະເທດນີ້ໃນ 2,3 ທົດສະວັດຜ່ານມາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ບຣຸກແຊນ ປະເທດ ແບນຊິກ ກ່ອນທີ່ໄຂກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໃຫ້ຮູ້ວ່າ: ບັນດາການນຳ ອີຢູ ຈະນຳໃຊ້ກອງປະຊຸມສຸດຍອດຄັ້ງນີ້ ເພື່ອສົ່ງ “ສານກ່ຽວກັບນ້ຳໃຈສາມັກຄີ” ກັບ ແອັດສະປາຍ ທີ່ກ່ຽວຂ້ອງເຖິງວິກິດການເຂດ Catalonia, ໃນຂະນະນັ້ນ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສະແດງຄວາມຫວັງວ່າ ແອັດສະປາຍ ອາດຈະຊອກຫາມາດຕະການທີ່ເໝາະສົມກັບລັດຖະທຳມະນູນ ສຳລັບວິກິດການນີ້ ໃນສະພາວະທີ່ Madrid ຢາກຖອນຄືນ ສິດປົດຄອງດ້ວຍຕົນເອງຂອງເຂດ Catalonia./.

ຕອບກັບ

ຂ່າວ/ບົດ​ອື່ນ