ການນຳ ຝະຣັ່ງ ແລະ ອິດສະລາແອັນ ເຈລະຈາຊອກຫາວິທີແກ້ໄຂໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) - ວັນທີ 10 ທັນວາ, ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ຮຽກຮ້ອງໃຫ້ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ມີບັນດາບາດກ້າວເຄັ່ງຄັດສຳລັບຊາວ ປາແລັດສະຕິນ
ການນຳ ຝະຣັ່ງ ແລະ ອິດສະລາແອັນ ເຈລະຈາຊອກຫາວິທີແກ້ໄຂໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ - ảnh 1 ການນຳ ຝະຣັ່ງ ແລະ ອິດສະລາແອັນ (ພາບ AFP/TTXVN)

ເພືຶ່ອແກ້ໄຂວິກິດການລະຫວ່າງ ອິດສະລາແອັນ - ປາແລັດສະຕິນ. ທີ່ການພົບປະເຈລະຈາລະຫວ່າງການນຳ 2 ທ່ານຢູ່ນະຄອນຫລວງ Paris ຂອງ ຝະຣັ່ງ ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ 2,3 ວັນ, ທ່ານປະທານາທິບໍດີ ຝະຣັ່ງ ກໍ່ກ່າວປະນາມທຸກຮູບການບຸກໂຈມຕີຕ້ານຄືນອິດສະລາແອັນ. ໃນຖະແຫຼງການຂອງຕົນຢູ່ Paris, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນຄືນໃໝ່ວ່າ Jerusalem ເປັນນະຄອນຫລວງຂອງ ອິດສະລາແອັນ, ຂອງຊາວຢິວ ຫາກບໍ່ແມ່ນຂອງຊົນຊາດໃດ. ພາຍຫລັງການເຈລະຈາ, ທ່ານປະທານາທິບໍດີ Emmanuel Macron ໃຫ້ຮູ້ວ່າ: ທ່ານໄດ້ກະຕຸກຊຸກຍູ້ທ່ານນາຍົກລັດຖະມົນຕີ Benjamin Netanyahu ສະແດງໃຫ້ເຫັນ “ຄວາມອາດຫານ” ໃນການເຈລະຈາກັບ ປາແລັດສະຕິນ ເພື່ອພົ້ນອອກຈາກສະພາບການບໍ່ມີທາງອອກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ