ການນຳ ສປປ.ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກກອມມູນິດຫວຽດນາມ

ການນຳ ສປປ.ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກກອມມູນິດຫວຽດນາມ - ảnh 1
(ພາບປະກອບ: TTXVN)

(vovworld) – ​ ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ ​ແລະ ພົບ​ປະ​ແລກປ່ຽນ​ມິດຕະພາບ​ຢູ່​ລາວ, ຕອນ​ເຊົ້າ​ວັນ​ທີ 2/2, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງຄະນະ​ກວດກາ​ສູນ​ກາງ ​ແລະ ກວດກາ​ລັດຖະບານ ​ໂດຍ​ທ່ານ​ມາຍ​ເທ໋​ເຢືອງ, ຮອງ​ຫົວໜ້າ​ປະຈຳການ​ຄະນະ​ກວດກາ​ສູນ​ກາງ, ນຳ​ໜ້າ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກຜູ້​ປະຈຳການ​ຄະນະ​ເລຂາ, ຮອງ​ປະທານ​ປະ​ເທດ ສປປ.ລາວ ທ່ານ ບຸນ​ຍັງ ວໍລະ​ຈິດ.

        ທີ່​ການ​ຕ້ອນຮັບ, ທ່ານມາຍ​ເທ໋​ເຢືອງ ​ໄດ້​ລາຍງານໝາກຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະປະຕິບັດ​ງານ​ຄະນະ​ກວດກາ​ສູນ​ກາງ, ກໍ່​ຄື​ໝາກຜົນ​ການ​ເຈລະຈາລະຫວ່າງຄະນະ​ກວດກາ​ສູນ​ກາງ ​ແລະ ກວດ ກາ​ລັດຖະບານ ​ຫວຽດນາມ ກັບ​ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ຫົວໜ້າ​ອົງການກວດກາ​ລັດຖະບານ​ລາວ; ທ່ານ​ມາຍ​ເທ໋​ເຢືອງ ​ໃຫ້​ຮູ້​ວ່າ:  2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ເພີ່ມ​ທະວີ​ການແລກປ່ຽນ​ບົດຮຽນ​ໃນ​ວຽກ​ງານ​ກວດກາ ​ເພື່ອ​ແນ​ໃສ່​ປະ​ຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ຄະນະ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ກັບຄະນະ​ກວດກາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ເປັນ​ຢ່າງ​ດີ.

        ທ່ານ​ບຸນ​ຍັງ ວໍລະ​ຈິດ ປາດ​ຖະໜາ​ວ່າ: ​ໃນ​ໄລຍະຈະ​ມາ​ຖິງ, ຄະນະ​ກວດກາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຄະນະ​ກວດກາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ລາວ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື: ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ພິ​ເສດ​ແມ່ນ​ເລື່ອງ​ແບ່ງປັນ​ບົດຮຽນ​ພຶດຕິ​ກຳ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ