ການນຳ ສປປ.ເກົາຫຼີ Kim Jong Un ໄປສິງກະໂປ

(VOVWORLD) -ຕອນບ່າຍວັນທີ 10 ມິຖຸນາ, ເຮືອບິນຂົນສົ່ງການນຳ ສປປ.ເກົາຫຼີ Kim Jong Un ແລະ ຄະນະຜູ້ແທນ ໄດ້ຈອດລົງສະໜາມບິນສາກົນ Changi ຂອງສິງກະໂປ ເພື່ອກະກຽມການພົບປະຄັ້ງປະຫວັດສາດກັບ ທ່ານປະທານາທິບໍດີອາເມລິກາ Donald Trump ໃນຕອນເຊົ້າວັນທີ 12 ມິຖຸນາ ຈະມາເຖິງ.

ການນຳ ສປປ.ເກົາຫຼີ Kim Jong Un ໄປສິງກະໂປ - ảnh 1 ລົດຮັບການນຳ ສປປ.ເກົາຫຼີ Kim Jong Un ຢູ່ສະໜາມບິນເມືອໂຮງແຮມ

(ພາບ: Quang Trung)

ຕາມລາຍການແລ້ວ, ການນຳ ສປປ.ເກົາຫຼີ Kim Jong Un ຈະມີການພົບປະກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບສິງກະໂປ ຫຼີຊຽນຫຼົງ ກ່ອນຈະດຳເນີນການພົບປະສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ. ສຳລັບຝ່າຍອາເມລິກາແລ້ວ, ທຳນຽບຂາວກໍໃຫ້ຮູ້ວ່າ ເຮືອບິນຂົນສົ່ງ ທ່ານປະທານາທິບໍດີ Donald Trump ຈະໄປຮອດສະໜາມບິນກອງທັບອາກາດ Paya Lebar  ຂອງສິງກະໂປ ໃນຕອນຄ່ຳວັນທີ 10 ມິຖຸນາ.

        ກ່ຽວຂ້ອງເຖິງກອງປະຊຸມສຸດຍອດລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ, ຕອນເຊົ້າວັນທີ 10 ມິຖຸນາ, ສູນສື່ມວນຊົນຮັບໃຊ້ກອງປະຊຸມ ກໍໄດ້ເປີດປະຕູຢ່າງເປັນທາງການຢູ່ເຂດອ່າວ Marina.

ຕອບກັບ

ຂ່າວ/ບົດ​ອື່ນ