ການນຳ ສ.ເກົາຫຼີ ຕີລາຄາສູງການພັດທະນາຂອງການພົວພັນ ຫວຽດນາມ- ສ. ເກົາຫຼີ

ການນຳ  ສ.ເກົາຫຼີ ຕີລາຄາສູງການພັດທະນາຂອງການພົວພັນ ຫວຽດນາມ- ສ. ເກົາຫຼີ - ảnh 1ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ ເກົາຫຼີ ຟ້າມ​ຫຶວ​ຈີ໋ ແລະ ທ່ານ​ຮອງ​ເຈົ້າ​ຄອງ​ນະ​ຄອນ Daejon Baek Chung hee ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ ຢູ່ ສ. ເກົາຫຼີ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) – ​ ​​​ເນື່ອງ​ໃນ​ໂອ​ກາດ​ໃກ້​ຈະ​ສິ້ນ​ສຸດ​ໜ​້າ​ທີ່​ການ​ທູດຢູ່ ສ. ເກົາຫຼີ, ວັນ​ທີ 3/3, ທ່ານ ຟ້າມ​ຫືວ​ຈີ໋, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ. ເກົາຫຼີ  ໄດ້​ເຂົ້າ​ຢ້ຽມ​ອຳ​ລາທ່ານ Hwang Kyo – ahn, ​ຜູ້​​ຮັກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ ທັງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ເກົາຫຼີ. ທີ່​ການ​ຕ້ອນ​ຮ​ັບ, ​ທ່ານຜູ້​ຮັ​ກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ Hwang Kyo – ahn ຖື​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສ. ເກົາຫຼີ ມີ​ການ​ພັດ​ທະ​ນາ​​ຢ່າງວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ “ທີ່​ຕົກ​ສະ​ເງີ້” ໃນ​ໄລ​ຍະ​ສັ້ນ ພາຍຫຼັງ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ 2 ຝ່າຍ​ຢ່າງ​ເປັນ​ທາງ​ການ. ທ່ານ ຜູ້​ຮັ​ກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ Hwang Kyo – ahn ຢັ້ງ​ຢືນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ທຸກໆ​ຂົງ​ເຂດ. ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ຫວຽດ​ນາມ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) 2017, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈ​ະ​ສົ​ມ​ທົບ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດ​ນາມ ເພື່ອ​ຈັດ​ຕັ້ງ​ເຫດ​ການ​ສຳ​ຄັນ​ນີ້​ເປັນ​ຢ່າງ​ດີ.

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫືວ​ຈີ໋ ສະ​ເໜີ​ໃຫ້​ທ່ານຜູ້​ຮັ​ກ​ສາ​ການ​ປະ​ທາ​ນາ​ທິ​ບໍ​ດີ Hwang Kyo – ahn​ ເອງ ກໍ່​ຄື​ລັດ​ຖະ​ບານ ສ. ເກົາຫຼີ ສືບ​ຕໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ກັບ ຫວຽດ​ນາມ ມີຫຼາຍ​ບາດ​ກ້າວ​ພັດ​ທະ​ນາ​ແຮງ​ກ່​ວາ​ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ