ການນຳ ອາເມລິກາ ແລະ ເຢຍລະມັນ ພົບປະເຈລະຈາຂັ້ນສູງ

ການນຳ ອາເມລິກາ ແລະ ເຢຍລະມັນ ພົບປະເຈລະຈາຂັ້ນສູງ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ແລະ
ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel
(ພາບ: Reuters)

(vovworld) - ວັນ​ທີ 17/03 ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ມີ​ການ​ພົບ​ປະ​ເຈລະຈາ​ຄັ້ງ​ທຳ​ອິດ ນັບ​ແຕ່​ເມື່ອ​ທ່ານ Donald Trump ກາຍ​ເປັນ​ປະທາ​ນາ​ທິບໍດີ​ຜູ້​ທີ 45 ຂອງ ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ພາຍຫລັງ​ການ​ເຈລະຈາ​ຢູ່​ທຳນຽບຂາວ, ທ່ານ​ປະທານາທິບໍດີ Donald Trump ຢັ້ງຢືນ​ຄືນ​ໃໝ່​ການ​ສະໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ອາ​ເມ​ລິ​ກາ ທີ່​ສະ​ຫງວນ​ໃຫ້ NATO. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ ທ່ານ​ປະທານາທິບໍດີ Donald Trump ກໍ່ກະຕຸກ​ຊຸກຍູ້ ​ເຢຍລະ​ມັນ​ອີກ​ເທື່ອ​ໜຶ່ງ ກ່ຽວ​ກັບ​ເລື່ອງ​ເພີ່ມ​​ງົບປະມານ​ປ້ອງ​ກັນຊາ​ດຂຶ້ນ​ 2% ຂອງ​ຍອດ​ ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP), ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ ບັນດາ​ສຳພັນ​ທະ​ມິດ NATO ຂອງ ອາ​ເມ​ລິ​ກາ ຕ້ອງມີ​ການ​ປະກອບ​ຢ່າງຍຸຕິ​ທຳ​ໃຫ້​ແກ່​ລາຍ​ຈ່າ​ຍປ້ອງ​ກັນຊາ​ດ. ​ກ່ຽວຂ້ອງ​ເຖິງ​ບັນຫາ​ການ​ຄ້າ, ທ່ານ​ປະທານາທິບໍດີ Donald Trump ຕຳ​ໜິຕິຕຽນ​ບັນດາ​ຄຳ​ກ່າວຫາ​ທີ່​ຖື​ວ່າ: ນະ​ໂຍບາຍ​ເສດຖະກິດ​ຂອງ​ອຳນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ​​ແມ່ນເດີນ​ຕາມ​ລັດທິ​ເປັນ​ເອກະລາດ. ທ່ານ​ປະທານາທິບໍດີ Donald Trump ສະ​ແດງ​ຄວາມ​​ເຊື່ອໝັ້ນ​ຕໍ່ “ບັນດານ​ະ​ໂຍບາຍ​ຍຸຕິ​ທຳ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດ” ລະຫວ່າງ ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ.

        ​ໃນ​ຂະນະ​ນັ້ນ ທ່ານ​ນາງ​ນາຍົກລັດຖະມົນຕີ Angela Merkel ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​​ແກ້​ໄຂ​ສະພາວະຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ​ແລະ ປະ​ເຊີນ​ໜ້າ​ກັບ​ບັນດາ​ໄພ​ນາບ​ຂູ່​ຫົວ​ຮຸນ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ