ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ພົບ​ປະ​ກັບຜູ້​ມີອ​ຳ​ນາດ​ເຕັມ​ ອົດ​ສະ​ຕາ​ລີ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ຜູ້ມີອຳນາດເຕັມ ອົດສະຕາລີ ເອົາໃຈໃສ່, ຍູ້ແຮງການຮ່ວມມືໃນຂົງເຂດແຮງງານ, ພິເສດແມ່ນເປີດກ້ວາງການຮ່ວມມືດ້ານເຕັກນິກກະສິກຳ
ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ພົບ​ປະ​ກັບຜູ້​ມີອ​ຳ​ນາດ​ເຕັມ​ ອົດ​ສະ​ຕາ​ລີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ

 ຕອນບ່າຍວັນທີ 4 ເມສາ, ທີ່ຫໍປະຊຸມສະພາແຫ່ງຊາດ, ກ່າວຄຳເຫັນທີ່ການພົບປະກັບ ທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ພວມຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ: ຜູ້ມີອຳນາດເຕັມ ອົດສະຕາລີ ສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດການເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ. ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ດ້ານການຄ້າແບບຍືນຍົງ, ດຸ່ນດ່ຽງ, ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດຫຼາຍປະເພດຂອງ ຫວຽດນາມ ສົ່ງໄປຍັງ ອົດສະຕາລີ ແລະ ກົງກັນຂ້າມ.

          ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ຜູ້ມີອຳນາດເຕັມ ອົດສະຕາລີ ເອົາໃຈໃສ່, ຍູ້ແຮງການຮ່ວມມືໃນຂົງເຂດແຮງງານ, ພິເສດແມ່ນເປີດກ້ວາງການຮ່ວມມືດ້ານເຕັກນິກກະສິກຳ, ຍູ້ແຮງການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ສະໜັບສະໜູນການພົວພັນລະຫວ່າງສອງອົງການນິຕິບັນຍັດ; ຢັ້ງຢືນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ເພື່ອປະກອບສ່ວນເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ.

          ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳເຊີນທ່ານປະທານສະພາສູງ ແລະ ປະທານສະພາຕ່ຳ  ອົດສະຕາລີ ມາຢ້ຽມຢາມ ຫວຽດນາມ.

ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ພົບ​ປະ​ກັບຜູ້​ມີອ​ຳ​ນາດ​ເຕັມ​ ອົດ​ສະ​ຕາ​ລີ - ảnh 2ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ
(ພາບ: ສຳນັກຂ່າວສານ ຫວຽດນາມ)

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ. ນະທີ່ນີ້, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສອງປະເທດ ຍູ້ແຮງການພົວພັນດ້ານການເມືອງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ປະຕິບັດບັນດາຂໍ້ຕົກລົງໄດ້ລົງນາມແລ້ວຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາສາກົນ.

ສ່ວນທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນເພື່ອພ້ອມກັນສ້າງພາກພື້ນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຄົາລົບກົດໝາຍສາກົນ ແລະ ອະທິປະໄຕຂອງບັນດາປະເທດ, ພ້ອມທັງມຸ່ງໄປເຖິງການສ້າງຂອບເຂດການພົວພັນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ