ການນຳຂັ້ນສູງ ຫວຽດນາມ-ສະຫະພັນລັດເຊຍ ໂອ້້ລົມທາງໂທລະສັບ

(VOVWORLD) -ວັນທີ 05 ເມສາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin.
ການນຳຂັ້ນສູງ ຫວຽດນາມ-ສະຫະພັນລັດເຊຍ ໂອ້້ລົມທາງໂທລະສັບ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ພັກ ແລະ ລັດຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຮອບດ້ານສະເໝີຕົ້ນສະເໝີປາຍລະຫວ່າງຫວຽດນາມ - ສະຫະພັນລັດເຊຍ ເປັນສຳຄັນ; ສະແດງຄວາມປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຊື້ອເຊີນທ່ານປະທານາທິບໍດີລັດເຊຍ Vladimir Putin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2021. ທ່ານປະທານາທິບໍດີ Vladimir Putin ໄດ້ຮັບຄຳເຊື້ອເຊີນດັ່ງກ່າວ.

ສ່ວນທ່ານປະທານາທິບໍດີ Vladimir Putin ໄດ້ອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ອວຍພອນທ່ານ ຫງວຽນຝູຈ້ອງ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງເປັນປະເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ຄືນໃໝ່, ອວຍພອນທ່ານ ຫງວຽນຊວັນຟຸກ ທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ.

ການນຳ 2 ທ່ານໄດ້ແລກປ່ຽນຈຸດຕົ້ນຕໍກ່ຽວກັບສະພາບການຂອງ 2 ປະເທດໃນໄລຍະມໍ່ໆມານີ້; ເນັ້ນໜັກເຖິງການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ໄດ້ມີບາດກ້າວພັດທະນາຢ່າງດ່ງາມໃນເກືອບທຸກຂົງເຂດ. ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ມານະພະຍາຍາມກວ່າອີກ ເພື່ອມີບັນດາມາດຕະການຢ່າງລະອຽດໃນການຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ພະລັງງານ, ນ້ຳມັນອາຍແກັດ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ, ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ