ການນຳຕ້ອງເພີ່ມທະວີພົບປະສົນທະນາກັບກຳມະກອນ, ຜູ້ອອກແຮງງານ

(VOVWORLD) - ຕອນເຊົ້າວັນທີ 28 ມິຖຸນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ 
ການນຳຕ້ອງເພີ່ມທະວີພົບປະສົນທະນາກັບກຳມະກອນ, ຜູ້ອອກແຮງງານ - ảnh 1 ທ່ານ ຫງວຽນຊວນຟຸກ ພົບປະກັບຄະນະປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ 

ກ່ຽວກັບໝາກຜົນແຫ່ງການປະຕິບັດກົດລະບຽບກ່ຽວກັບການພົວພັນວຽກງານລະຫວ່າງລັດຖະບານ ແລະ ສະຫະພັນໃຫຍ່ແຮງງານ ປີ 2016 – 2017, ທິດທາງສົມທົບກັນໃນປີ 2017 – 2018. ກ່າວຄຳເຫັນທີ່ການເຮັດວຽກ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງສະຫະພັນໃຫຍ່ແຮງງານ ຫວຽດນາມ ປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງ. ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ: ລັດຖະບານ, ນາຍົກລັດຖະມົນຕີຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງກຳມະກອນ, ຜູ້ອອກແຮງງານ. ທ່ານນາຍົກລັດຖະມົນຕີ ສະເໜີສະຫະພັນໃຫຍ່ແຮງງານສືບຕໍ່ເຂົ້າຮ່ວມກໍ່ສ້າງລະບອບລະບຽບການ, ເປັນເຈົ້າການປະກອບຄຳເຫັນກໍ່ສ້າງ ແລະ ເຜີຍແຜ່ຄວາມຮູ້ດ້ານກົດໝາຍ, ກົນໄກທີ່ກ່ຽວຂ້ອງເຖິງລະບອບຂອງຜູ້ອອກແຮງງານ, ຮັບປະກັນຊີວິດການເປັນຢູ່ ແລະ ສິດຜົນປະໂຫຍດໃຫ້ກຳມະກອນ, ຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ