ກ​ານ​ນຳ​ນະ​ຄອນ​ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​ລາວ

(VOVWORLD) -ວັນທີ 13 ເມສາ, ທ່ານເລຂາຄະນະພັກນະຄອນດ່ານັ້ງ ຫງວຽນວັນກ໋ວາງ ໄດ້ໄປອວຍພອນພະນັກງານ, ພາລະກອນສະຖານກົງສູນລາວ ປະຈຳນະຄອນດ່ານັ້ງ ໃນໂອກາດບຸນປີໃໝ່ລາວ ພ.ສ 2565.

ກ​ານ​ນຳ​ນະ​ຄອນ​ດ່າ​ນັ້ງ ອວຍ​ພອນ​ບຸນ​ປີ​ໃໝ່​ລາວ - ảnh 1ການນຳນະຄອນດ່ານັ້ງ ອວຍພອນບຸນປີໃໝ່ລາວ (ພາບ: TTXVN)

ທ່ານ ຫງວຽນວັນກ໋ວາງ ຢັ້ງຢືນວ່າ ຊຸມປີຜ່ານມາ, ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງສອງພັກ, ສອງລັດ ຫວຽດນາມ ແລະ ລາວ, ການພົວພັນຮ່ວມມືລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ ຍາມໃດກໍ່ໄດ້ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ພິເສດ, ປີ 2022 ເປັນປີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022), ນະຄອນດ່ານັ້ງ ຈະມີຫຼາຍການເຄື່ອນໄຫວເພື່ອສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບ ລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ. ທ່ານຫງວຽນວັນກ໋ວາງຫວັງວ່າ ສະຖານກົງສູນລາວ ປະຈຳນະຄອນດ່ານັ້ງ ຈະສືບຕໍ່ຮ່ວມເດີນທາງພ້ອມກັບນະຄອນ ເພີ່ມທະວີ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງດ່ານັ້ງ ກັບທ້ອງຖິ່ນຕ່າງໆຂອງລາວ ໃຫ້ດີກ່ວາອີກ ນັບທັງລວງເລິກ, ລວງກວ້າງ ແລະ ໃນທຸກຂົງເຂດ.

ເນື່ອງໃນໂອກາດນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວນະຄອນດ່ານັ້ງ ໄດ້ສົມທົບກັບສະຖານກົງສູນລາວ ປະຈຳດ່ານັ້ງ, ມະຫາວິທະຍາໄລອາຊີຕາເວັນອອກ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ລາວ ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳທີ່ເປັນເອກະລັກ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງສອງປະເທດຕື່ມອີກ. ງານບຸນໄດ້ດຶງດູດການເຂົ້າຮ່ວມຂອງ ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນດ່ານັ້ງ ກ່ວາ 200 ຄົນ ພ້ອມກັບນັກສຶກສາມະຫາວິທະຍາໄລອາຊີຕາເວັນອອກຫຼາຍຮ້ອຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ