ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ

(VOVWORLD) -ເນື່ອງໃນໂອກາດຈັດຕັ້ງລາຍການໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ຕອນບ່າຍວັນທີ 3 ທັນວາ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂງມິງເຈົາ ໄດ້ໃຫ້ການຕ້ອນຮັບການນຳບັນດາທ້ອງຖິ່ນຂອງລາວ, ກຳປູເຈຍ ແລະ ສ.ເກົາຫຼີ

ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ທ້ອງ​ຖິ່ນ​ຂອງ​ລາວ, ກຳ​ປູ​ເຈຍ ແລະ ສ.ເກົາຫຼີ - ảnh 1ການຕ້ອນຮັບ (ພາບ: TTXVN)

ເມື່ອແລກປ່ຽນກັບການນຳນະຄອນໂຮ່ຈີມິນ, ທ່ານ  ພູໂຂງ ບັນນະວົງ  ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານນາງ ລິງທອງ ແສງຕາວັນ ຮອງເຈົ້າແຂວງແຂວງ ສະຫວັນນະເຂດ  ຖືວ່າໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ແລະ ສອງທ້ອງຖິ່ນຂອງ ລາວ ຄວນຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ປະຕິບັດບັນດາເນື້ອໃນຍຸດທະສາດຮ່ວມມືເຊິ່ງສອງປະເທດໄດ້ຕົກລົງກັນ.

ພິເສດ, ຊຸກຍູ້ບັນດາພະແນກ, ຂະແໜງການ, ບັນດານັກລົງທຶນຂອງທ້ອງຖິ່ນເປັນເຈົ້າການເພີ່ມທະວີການຮ່ວມມືກ່ຽວກັບເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ວິສາຫະກິດ, ຊຸກຍູ້ຢ່າງແຮງກ່ວາອີກບັນດາການເຄື່ອນໄຫວເຊື່ອມຕໍ່ການທ່ອງທ່ຽວ...

ທີ່ການຕ້ອນຮັບທ່ານ Huot Hay ຮອງເຈົ້າຄອງ ນະຄອນຫຼວງ ພະນົມເປັນ (ປະເທດກຳປູເຈຍ), ທ່ານ ໂງມິງເຈົາ ສະເໜີບັນດາເນື້ອໃນຕ້ອງຊຸກຍູ້ໃນການຮ່ວມມືສອງຝ່າຍ, ລວມມີ: ການທ່ອງທ່ຽວ, ການຄ້າ, ເປີດກວ້າງຄົມະນາຄົມທາງບົກ - ທາງນ້ຳ, ການແພດ ແລະ ການສຶກສາ.

ທີ່ານຕ້ອນຮັບທ່ານ Jeong Kwang-Yeol ຮອງຜູ້ວ່າການ ແຂວງ Gangwon ແລະ ທ່ານ Whang Myeong Seok ຫົວໜ້າກົມປະສານງານແຜນການ ແຂວງ Gangwon, Gyeongsangbuk (ສ.ເກົາຫຼີ), ທ່ານ ໂງມິງເຈົາ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ແລະ ບັນດາແຂວງ Gyeongsangbuk ຍັງໃຫຍ່ຫຼວງທີ່ສຸດ, ທ່ານເນັ້ນໜັກວ່າ ນະຄອນໂຮ່ຈີມິນຖືເປັນສຳຄັນການດຶງດູດບັນດາແຫຼ່ງກຳລັງກ່ຽວກັບເຕັກໂນໂລຢີກ້າວໜ້າໃນໂລກ ແລະ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດມີການດຳເນີນທຸລະກິດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ