ການນຳນະຄອນໂຮ່ຈີມີນຕ້ອນຮັບຄະນະປະຕິບັດງານແຂວງໄຊສົມບູນ(ລາວ)

ການນຳນະຄອນໂຮ່ຈີມີນຕ້ອນຮັບຄະນະປະຕິບັດງານແຂວງໄຊສົມບູນ(ລາວ) - ảnh 1
(ພາບປະກອບ)

(vovworld) – ໃນ​ຕອນ​ບ່າຍ​ວັນ​ທີ 4/04, ທ່ານ ເຕີ໊ດແທ່ງ​ກາງ, ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ນະ​ຄອນ​ໂຮ​ຈີ​ມີນ,ໄດ້​ໃຫ້​ການຕອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ແຂວງ​ໄຊ​ສົມ​ບູນ (ລາວ), ໂດຍ ທ່າ​ນ ພອຍ​ຄຳ ຮຸ່ງ​​ບຸນ​ຍວງ, ຮອງ​ເລ​ຂາ​​ຄະ​ນະພັກ​ແຂວງ, ຮອງ​ເຈົ້າ​ແຂວງ​ແຂວງ​ໄຊ​ສົມ​ບູນ, ນຳ​ໜ້າ​ຄະ​ນະ. ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ ເຕີ໊ດແທ່ງ​ກາງ ຖື​ວ່າ ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້​ຈະ​ຊ່ວຍ​ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ ສອງ​ທ້ອງ​ຖິ່ນ, ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ​ ​ໃຫ້ດີ​ຂື້ນກວ່າ​ອີກ. ທ່ານ ເຕີ໊ດແທ່ງ​ກາງ ໃຫ້​ຮູ້​ວ່າ: ຝ່າຍ​ນະ​ຄອນໂ​ຮ່​ຈີ​ມີນ ໄດ້​ມີ​ບັນ​ດາ​ການ​ກະ​ກຽມ​ຢ່າງ​ຄົບ​ຊຸດ ເພື່ອ​ໃຫ້ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ເຂົ້າ​ແຂວງ​ໄຊ​ສົມ​ບູນ ທີ່​ຈະ​ດຳ​ເນີນ ຢູ່ ​ນະ​ຄອນໂ​ຮ່​ຈີ​ມີນ ໃນ​ວັນ​ທີ 5/04  ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ທີ່ກອງ​ປະ​ຊຸມ, ແຂວງ​ໄຊ​ສົມ​ບູນ ຈຳ​ເປ​ັນ​ຕ້ອງ​ນຳ​ເອົາ​ບັນ​ດາ​ຂໍ້​ມູນ ກ່ຽວ​ກັບ​ບັນ​ດາ​ທ່າ​ແຮງຂອງ​ຕົນ, ສ້າງ​ເງື່ອນ​ໄຂ​ ເພື່ອໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ສາ​ມາດ​ຊອກ​ຮູ້, ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື. ໃນ​ນ​ັ້ນ, ຄວນ​ໃຫ້​ບູ​ລິ​ມະ​ສິດ​ສຸມ​ໃສ່ ຄັດເລືອກ​​ບັນ​ດາວຽກງານ​ ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ, ຮຽກ​ຮ້ອງ​ການ​ລົງ​ທຶນ​ໄປ​ກ່ອນ, ຫຼີກ​ລ້ຽງ​ການ​ກະ​ແຈກ​ກະ​ຈາຍ. ​ຫວັງ​ວ່າ​ພາຍຫຼັງ​​ການ​ປະ​ຕິ​ບັດ​ງານນີ້, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລ​ະຫວ່າງ ສອງ​ຝ່າຍ​ຈະ​ມີ​ບັນ​ດາ​ກິດ​ຈະ​ການ​​ລະ​ອຽດ.

ຂ່າວ/ບົດ​ອື່ນ