ການນຳນະຄອນໂຮ່ຈິມິນຕ້ອນຮັບປະທານພັກສ.ເກົາຫຼີເສລີ

(VOVWORLD) -ຕອນບ່າຍວັນທີ 21 ພະຈິກ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Hong Joon pyo, ປະທານພັກສ.ເກົາຫຼີ ເສລີ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ

ການນຳນະຄອນໂຮ່ຈິມິນຕ້ອນຮັບປະທານພັກສ.ເກົາຫຼີເສລີ - ảnh 1 ການນຳນະຄອນໂຮ່ຈິມິນຕ້ອນຮັບປະທານພັກສ.ເກົາຫຼີເສລີ

(ພາບ: TTXVN)

ແລະ ເຂົ້າຮ່ວມງານບຸນວັດທະນະທຳໂລກນະຄອນໂຮ່ຈິມິນ - Gyeongju 2017. ທ່ານປະທານຄະນະກຳມະການປະຊາຊົນນະຄອນໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດສ.ເກົາຫຼີ, ປະຊາຄົມຊາວເກົາຫຼີ ອາໄສຢູ່ນະຄອນໂຮ່ຈິມິນ ດຳລົງຊີວິດ, ທຳມາຫາກິນ, ດຳເນີນທຸລະກິດຢ່າງຍາວນານຢູ່ນະຄອນໂຮ່ຈິມິນ.

        ການນຳນະຄອນສະແດງຄວາມເຊື່ອໝັ້ນວ່າ, ທ່ານ Hong Joon pyo ໃນຖານະຕຳແໜ່ງຂອງຕົນ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນລະຫວ່າງພັກສ.ເກົາຫຼີ ເສລີ  ແລະ ພັກກອມມູນິດຫວຽດນາມ ຢ່າງແຮງກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ.

        ສ່ວນທ່ານປະທານພັກສ.ເກົາຫຼີ ເສລີ Hong Joon pyo ສະເໜີໃຫ້ນະຄອນໂຮ່ຈິມິນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການດຳເນີນທຸລະກິດຂອງບັນດາວິສາຫະກິດ ແລະ ຂົງເຂດສຶກສາຂອງປະຊາຄົມ ເກົາຫຼີ ປະຈຳນະຄອນໂຮ່ຈິມິນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ