ການນຳນະຄອນໂຮ່ຈິມິນຕ້ອນຮັບຜູ້ວ່າການເຂດແຄ້ວນອົດສະຕາລີເໜືອ

(VOVWORLD) -ວັນທີ 09 ພະຈິກ, ທ່ານ ເລແທງລຽມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ໃຫ້ການຕ້ອນຮັບທ່ານ Michael Gunner, ຜູ້ວ່າການເຂດແຄ້ວນອົດສະຕາລີເໜືອ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ.

ການນຳນະຄອນໂຮ່ຈິມິນຕ້ອນຮັບຜູ້ວ່າການເຂດແຄ້ວນອົດສະຕາລີເໜືອ - ảnh 1ທ່ານ ເລແທງລຽມ , ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ຕ້ອນຮັບຜູ້ວ່າການເຂດແຄ້ວນອົດສະຕາລີເໜືອ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເລແທງລຽມ ເນັ້ນໜັກວ່າ, ບົດບັນທຶກຊ່ວຍຈຳລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ຫ້ອງການການຄ້າເຂດແຄ້ວນອົດສະຕາລີເໜືອ ທີ່ຫາກໍ່ໄດ້ຮັບການລົງນາມນັ້ນ ຈະປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - ເຂດແຄ້ວນອົດສະຕາລີເໜືອ ເວົ້າລວມ, ລະຫວ່າງນະຄອນໂຮ່ຈິມິນ ກັບ ເຂດແຄ້ວນອົດສະຕາລີເໜືອ ເວົ້າສະເພາະ. ນອກນັ້ນ, ນະຄອນໂຮ່ຈິມິນ ປາດຖະໜາວ່າ ເຂດແຄ້ວນອົດສະຕາລີເໜືອ ຈະແບ່ງປັນບົດຮຽນໃນຂົງເຂດກະສິກຳເຕັກໂນໂລຊີສູງ ແລະ ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດຂອງນະຄອນເຂົ້າຮ່ວມຕະຫຼາດຜະລິດຕະພັນກະເສດຂອງອົດສະຕາລີ.

        ສ່ວນທ່ານ Michael Gunner ໃຫ້ຮູ້ວ່າ, ເຂດແຄ້ວນອົດສະຕາລີເໜືອຕີລາຄາສູງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງຫວຽດນາມ ແລະ ພວມມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມໃນບັນດາຂົງເຂດເສດຖະກິດ, ການສຶກສາ, ທ່ອງທ່ຽວ ແລະ ການທູດປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ