ການ​ນຳ​ບັນ​ດາ​ປະ​ເທດ, ພັກ​ການ​ເມືອງ ອວຍ​ພອນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝ​ຸ​ຈ້ອງ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024 ແລະ ບຸນ​ເຕັດ​ປະ​ຈຳ​ຊາດ ຫວຽດ​ນາມ

(VOVWORLD) - ເນື່ອງໃນໂອກາດປີໃໝ່ 2024 ແລະ ບຸນເຕັດປະຈຳຊາດ ຫວຽດນາມ, ການນຳຫຼາຍປະເທດ, ພັກການເມືອງ ແລະ ອົງການຈັດຕັ້ງສາກົນ ໄດ້ສົ່ງຈົດໝາຍ, ສາມອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ.

ການ​ນຳ​ບັນ​ດາ​ປະ​ເທດ, ພັກ​ການ​ເມືອງ ອວຍ​ພອນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝ​ຸ​ຈ້ອງ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ 2024 ແລະ ບຸນ​ເຕັດ​ປະ​ຈຳ​ຊາດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ (ພາບ: vov.vn)

ໃນຈົດໝາຍສົ່ງໄປຍັງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ພ້ອມກັບບັນດາການນຳ ແລະ ປະຊາຊົນ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຢັ້ງຢືນວ່າ: ທ່ານມີຄວາມເອກອ້າງທະນົງໃຈຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ ສືບຕໍ່ໄດ້ຮັກສາ ແລະ ເພີ່ມພູນຄູນສ້າງ, ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ໃນທຸກຂົງເຂດ. ທ່ານ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ນຳໜ້າ, ປະຊາຊົນ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງທີ່ໃໝ່ອ່ຽມແລະ ຍິ່ງໃຫຍ່ກ່ວາ.     

ໃນໂອກາດນີ້, ມີການນຳຫຼາຍປະເທດໃນໂລກຄື: ທ່ານ Miguel Diaz Canel ປະທານປະເທດ ກຸຍບາ, ທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ,ທ່ານ ປະທານາທິບໍດີ ອາເມລິກາ, ທ່ານ Tharman Shanmugaratnam ປະທານາທິບໍດີ ສິງກະໂປ…  ພ້ອມກັບການນຳບັນດາພັກການເມືອງ, ອົງການຈັດຕັ້ງສາກົນ, ຄະນະທູຕານຸທູດ ປະຈຳ ຫວຽດນາມ ສົ່ງຈົດໝາຍ, ສານອວຍພອນປີໃໝ່ໄປຍັງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ