ການນຳບັນດາປະເທດ ສືບຕໍ່ສົ່ງໂທລະເລກ ແລະ ສານອວຍພອນເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 73 ປີ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສສ. ຫວຽດນາມ ຄົບຮອບ 73 ປີ (02/09/1945 – 02/09/2018),

ການນຳບັນດາປະເທດສາທາລະນະລັດ ສະຫະລັດ ມຽນມາ, ສາທາລະນະລັດ ອິນເດຍ, ສະຫະລັດ ອາເມລິກາ, ສາທາລະນະລັດ ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ສາທາລະນະລັດ ເບລາຣຸດ, ລາຊະອານາຈັກ ຊູແອັດ, ສາທາລະນະລັດ ຕັດຈີກິດສະຖານ ໄດ້ສົ່ງໂທລະເລກ ແລະ ສານອວຍພອນເຖິງການນຳພັກ, ລັດ ແລະ ລັດຖະບານ ຫວຽດນາມ.

        ທ່ານປະທານາທິບໍດີ ສາທາລະນະລັດ ສະຫະລັດ ມຽນມາ Win Myint ແລະ ທີ່ປຶກສາແຫ່ງລັດຂອງສາທາລະນະລັດ ສະຫະລັດ ມຽນມາ Aung San Suu Kyi ໄດ້ສົ່ງສານອວຍພອນເຖິງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ເນື້ອໃນສານມີຕອນຂຽນວ່າ, ປະທານາທິບໍດີ ແລະ ທີ່ປຶກສາແຫ່ງລັດ ມຽນມາ ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດຈະໄດ້ຮັບການປັບປຸງ ແລະ ພັດທະນາເພື່ອຜົນປະໂຫຍດລວມຂອງ 2 ປະເທດຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ