ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ໂທລະ​ເລກ​ອວຍ​ພອນ​ວັນຊາດ​ຫວຽດນາມ

ການ​ນຳ​ບັນດາ​ປະ​ເທດ​ສົ່ງ​ໂທລະ​ເລກ​ອວຍ​ພອນ​ວັນຊາດ​ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ວັນຊາດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ (02/09/1945 – 02/09/2016), ການ​ນຳ​ບັນດາ​ປະ​ເທດ ສາທາລະນະ​ລັດ ປະຊາຊົນ ຈີນ, ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ, ລາຊະ​ອານາ​ຈັກ ກຳປູ​ເຈຍ ​ແລະ ສະຫະພັນ ລັດ​ເຊຍ ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ການ​ນຳ​ພັກ, ລັດ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ. ​ເນື້ອ​ໃນ​ໂທລະ​ເລ​ກອວຍພອນ, ການ​ນຳ​ບັນດາ​ປະ​ເທດລ້ວນ​ແຕ່​ຕີ​ລາຄາ​ສູງ​ບັນດາ​ຜົນງານ ​ເຊິ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ , ປະຊາຊົນ ຫວຽດນາມ ຈະ​ປະຕິບັດ​ຈຸດໝາຍ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ວາງ​ອອກ​ຢ່າງ​ມີ​ໄຊ. ບັນດາ​ການ​ນຳ​ກໍ່​ຢືນຢັນ​ຖື​ເປັນສຳຄັນ​ການ​ພົວພັນ​ກັບ​ ຫວຽດນາມ ທີ່​ສຸດ, ພ້ອມ​ແລ້ວ​ທີ່​ຈະ​ມານະ​ພະຍາຍາມພ້ອມ​ກັບ ຫວຽດນາມ ປັບ​ປຸງ​ການ​ພົວພັນ​ມິດຕະພາບ, ​ ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ການ​ພົວພັນ​​ໃຫ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ