ການນຳປະເທດຕ່າງໆສະແດງທັດສະນະຕໍ່ເລື່ອງອັງກິດຖອນຕົວອອກຈາກEU

ການນຳປະເທດຕ່າງໆສະແດງທັດສະນະຕໍ່ເລື່ອງອັງກິດຖອນຕົວອອກຈາກEU - ảnh 1
ຊາວ​ອັງ​ກິ​ດ​ໄດ້​ເລືອກ​ເຟັ້ນ​ອອກ​ຈາກ  EU
ພາບ:DailyMail

(vovworld)- ​ພາຍ​ຫລັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ໄດ້​ປ່ອນ​ບັດ ຕັດ​ສິນ​ປະ​ເທດນີ້ ຖອນ​ຕົວ​ອອກ​ຈາກ ສະ​ຫະ​ພາບ​ເອີ​ລົບ ( EU ), ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Brack Obama ໄດ້​ຖະ​ແຫລງວ່າ: ທ່ານ​ເອງ ເຄົາ​ລົບ​ຄຳ​ຕັດ​ສິນ​ຂອງ​ປະ​ຊາ​ຊົນ ອັງ​ກິດ ພ້ອ​ມ ທັງ​ຢືນ​ຢັນ: ອັງ​ກິດ ແລະ EU ​ສືບ​ຕໍ່ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື “ຂາດບໍ່​ໄດ້” ຂອງ ອາ​ເມ​ລິ​ກາ. ໃນ​ຂະ​ນະ​ນັ້ນ, ປະ​ທານາ​ທິ​ບໍ​ດີ ລັດ​ເຊຍ V. Putin ຖື​ວ່າ ໝາກ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ​ຢູ່ ອັງ​ກິດ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມບໍ່​ພໍ​ໃຈ​ຂອງ​ປະ​ຊາ​ຊົນ ອ​ັງ​ກິດ ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ ແລະ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ ກໍ​ຄືບໍ່​ພໍ​ໃຈ​ກ່ຽວ​ກັບ​ກົງ​ຈັກ​ອາດ​ຍາ​ສິດ EU. ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໝັ້ນ​ໝາຍ ຈະ​ສົມ​ທົບ​ກັບ​ບັນ​ດາ​ສະ​ມາ​ຊິກ​ອື່ນ​ໃນ​ກຸ​ຸ່ມ 7 ປະ​ເທດອ​ຸດ​ສາ​ຫະ​ກຳ​ພັດ​ທະ​ນາ G7 ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ທົ່ວ​ໂລກບໍ່​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ວິ​ກິດ​ການ. ໃນ​ຂະ​ນະ​ນັ້ນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຟິ​ລີບ​ຟີນ ທ່ານ Cesar Purisima ເນັ້ນ​ຫນັກ​ວ່າ: ໝາກ​ຜົນ​ໃນ​ຕໍ່​ຫນ້າ​ຂອງ​ເລື່ອງ ອັງ​ກິດ ອອກ​ຈາກ EU ນັ້ນແມ່ນ​ຄວາມ​ວ​ຸ້ນ​ວາຍ​ຕະ​ຫລາດ​ການ​ເງິນ​ທົ່ວ​ໂລກ ແລະ ຜົນ​ສະ​ທ້ອນ​ເຖິງ​ທຸກ​ປະ​ເທດ. ສ່ວນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ຫລີ​ຊຽນ​ຫລົງ ຖື​ວ່າ: ເລື່ອງ​ອັງ​ກິດ ອອກ​ຈາກ EU ແມ່ນ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່ ແລະ ຕ້ອງ​ມີ​ເວ​ລາ​ຈຶ່ງ​ຕີ​ລາ​ຄາ​ໄດ້ວ່າ ສິ່ງນີ້​ຈະ​ຜົນ​ສະ​ທ້ອນ​ເຖິງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ຊີ ແລະ ບັນ​ດາ​ເຂດ​ອື່ນ​ຄື​ແນວ​ໃດ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໃຫ້​ຮູ້​ວ່າ: ຈີນ ເຄົາ​ລົບ ການ​ເລືອກ​ເຟັ້ນ​ຂອງ​ປະ​ຊາ​ຊົນ ອັງ​ກິດ ພ້ອມ​ທັງ​ປາດ​ຖະ​ຫນາ ອັງ​ກິດ ແລະ EU ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ ອັງ​ກິດ ອອກ​ຈາກ EU ໂດຍ​ໄວເທົ່າ​ທີ່​ຈະ​ໄວ​ໄດ້. ​ວັນ​ທີ 24/6, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Bankimoon ໄດ້​ອອກ​ຖະ​ແຫລງ​ການ​ໃຫ້​ຮູ້​ວ່າ​: ສ​ປ​ຊ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ປະ​ກອບ​ສ່ວນ​ຈາກ​ທັງ​ສອງ​ຄູ່​ຮ່ວມ​ມື​ສຳ​ຄັນ ນັ້​ນ​ແມ່ນ​ອັງ​ກິດ ແລະ EU.

ຕອບກັບ

ຂ່າວ/ບົດ​ອື່ນ