ການ​ນຳ​ຝ່າຍ​ຄ້ານ Anwar Ibrahim ໄດ້​ຮັບ​ການ​ບົ່ງ​ຕົວ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄົນ​ໃໝ່​ຂອງ ມາ​ເລ​ເຊຍ

(VOVWORLD) -ທ່ານ Anwar Ibrahim ການນຳຝ່າຍຄ້ານ ໄດ້ຮັບການຄັດເລືອກເປັນນາຍົກລັດຖະມົນຕີຂອງ ມາເລເຊຍ.

ວັນທີ 24 ພະຈິກ, ມາເລເຊຍ ໄດ້ແຈ້ງໃຫ້ຊາບວ່າ ທ່ານ Anwar Ibrahim ການນຳຝ່າຍຄ້ານ ໄດ້ຮັບການຄັດເລືອກເປັນນາຍົກລັດຖະມົນຕີຂອງປະເທດນີ້. ທ່ານ Anwar Ibrahim ໄດ້ສາບານຕົວຮັບດຳລົງຕຳແໜ່ງຕໍ່ໜ້າກະສັດ ມາເລເຊຍ Yang di – Pertuan Agong Al-Sultan ໃນຕອນບ່າຍວັນທີ 24 ພະຈິກ.

        ກ່ອນໜ້ານັ້ນ, ໃນການເລືອກຕັ້ງທົ່ວປະເທດຄັ້ງທີ 15 ຂອງ ມາເລເຊຍ ໃນວັນທີ 19 ພະຈິກ, ພັນທະມິດຂອງທ່ານ Anwar Ibrahim ຍາດໄດ້ຫຼາຍບ່ອນນັ່ງທີ່ສຸດ ດ້ວຍ 82 ບ່ອນນັ່ງ. ຫຼັງຈາກນັ້ນ, ພັນທະມິດ ຄວາມຫວັງ (PH) ຂອງທ່ານ Anwar Ibrahim ໄດ້ດຳເນີນການເຈລະຈາກັບ ພັນທະມິດ ແນວໂຮມແຫ່ງຊາດ (BN) ແຕ່ກໍຫຼົ້ມເຫຼວ.

ຕອບກັບ

ຂ່າວ/ບົດ​ອື່ນ