ການນຳພັກ, ລັດ ອວຍພອນວັນບຸນວິສາຂະບູຊາ 2024

(VOVWORLD) - ເມື່ອຢ້ຽມຢາມ ແລະ ອວຍພອນພະອາຈານມະຫາ ທິກຈີ໋ກ໋ວາງ, ປະທານສະພາພິສູດພຸດທະສາສະໜາ ຫວຽດນາມ ຢູ່ ວັດ ເຮວງຽມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ປາດຖະໜາວ່າ: ພະອາຈານມະຫາ ແລະ ບັນດາຜູ້ມີຍົດສັກຕຳແໜ່ງໃນສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດຊາດ...
ການນຳພັກ, ລັດ ອວຍພອນວັນບຸນວິສາຂະບູຊາ 2024 - ảnh 1ການນຳພັກ, ລັດ ອວຍພອນວັນບຸນວິສາຂະບູຊາ 2024
(ພາບ:VGP/Hải Minh)

ຕອນບ່າຍວັນທີ 19 ພຶດສະພາ, ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2568 (ຄສ 2024), ຄະນະຜູ້ແທນການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ນຳໂດຍທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ການນຳອົງການພຸດສາສະໜາ ໃນບໍລິເວນນະຄອນ ໂຮ່ຈີມິນ.

        ເມື່ອຢ້ຽມຢາມ ແລະ ອວຍພອນພະອາຈານມະຫາ ທິກຈີ໋ກ໋ວາງ, ປະທານສະພາພິສູດພຸດທະສາສະໜາ ຫວຽດນາມ ຢູ່ ວັດ ເຮວງຽມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ປາດຖະໜາວ່າ: ພະອາຈານມະຫາ ແລະ ບັນດາຜູ້ມີຍົດສັກຕຳແໜ່ງໃນສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບປະເທດຊາດ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍສັງຄົມ, ການກຸສົນ, ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນທົ່ວປະເທດຮ່ວມແຮງຮ່ວມໃຈຜ່ານຜ່າບັນດາຄວາມຫຍຸ້ງຍາກໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກໍ່ໄດ້ໄປຢ້ຽມຢາມຫ້ອງການ 2 ສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ …

ຕອບກັບ

ຂ່າວ/ບົດ​ອື່ນ