ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - 76 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດວຽກງານຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ  ແລະ ພໍ່ແມ່ພີ່ນ້ອງ.
ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ບັນດາການນຳ ອາໄລຫານ ນັກຮົບເສຍສະຫຼະຊີວິດເພື່ອຊາດ

ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023), ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ໄດ້ໄປວາງພວງມາລາ ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ.

ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານນາງ ເຈືອງທິມາຍຜູ້ປະຈຳການຄະນະເລຂາ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ.

ຫຼັງຈາກນັ້ນ, ບັນດາການນຳພັກ, ລັດ ໄດ້ໄປວາງພວງມາລາ ຢູ່ສຸສານ ອາໄລຫາປະທານໂຮ່ຈີມິນ. ບັນດາຜູ້ແທນສະແດງຄວາມເຄົາລົບນັບຖືອາໄລຫາຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງເພິ່ນ ຕໍ່ພາລະກິດແຫ່ງການປະຕິວັດຂອງ ພັກ ແລະ ຊາດ.

76 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດວຽກງານຕອບບຸນແທນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ  ແລະ ພໍ່ແມ່ພີ່ນ້ອງໃຫ້ເປັນຢ່າງດີ. ເປົ້າໝາຍຜູ້ມີຄຸນງາມຄວາມດີນັບມື້ນັບຫຼາຍຂຶ້ນ, ລະບົບໃຫ້ບຸລະມິສິດນັບມື້ນັບໄດ້ຮັບການຍົກສູງ ຕິດພັນກັບການຮັບປະກັນຄວາມສະເໝີພາບ ແລະ ຄວາມເຫັນດີເຫັນພ້ອມຂອງສັງຄົມ.

ແລະກໍ່ໃນຕອນເຊົ້າວັນທີ 27 ກໍລະກົດ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ຢູ່ ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ຍໍກວານ, ນິງບິ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນ ຄວາມເຈັບປ່ວຍ, ຄວາມສູນເສຍຕໍ່ກັບແມ່ ຫວຽດນາມ ວິລະຊົນ ແລະ ທະຫານເຈັບປ່ວຍ

ເນື່ອງໃນໂອກາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຍູ້ແຮງວຽກງານເອົາໃຈໃສ່ເບິ່ງແຍງດູແລ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ລະດົມແຫຼ່ງກຳລັງຂອງສັງຄົມ ໃຫ້ແກ່ການຕອບບຸນແທນຄຸນ, ເບິ່ງແຍງດູແລຊີວິດ ດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີໃຫ້ດີກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ