ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ​​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) - ຕອນເຊົ້າວັນທີ 6 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ບັກເຊີນ, ຮ່າໂນ້ຍ.
ການ​ນຳ​ພັກ, ລັດ ເຂົ້າຄຳ​ນັບ​ສຸ​ສານ​​ປະ​ທານ ໂຮ່​ຈີ​ມິນ - ảnh 1 ຄະນະຜູ້ແທນເຂົ້າຄຳນັບສຸສານ ໂຮ່ຈີມິນ (ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024, ຕອນເຊົ້າວັນທີ 6 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າຄຳນັບສຸສານປະທານໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດທີ່ຖະໜົນ ບັກເຊີນ, ຮ່າໂນ້ຍ. ເຂົ້າຮ່ວມພິທີອາໄລຫາ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ; ທ່ານນາງ ເຈືອງທິມາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

              ກໍໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກກອງທັບສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກຕຳຫຼວດສູນກາງ -ກະຊວງຕຳຫຼວດ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ… ກໍໄດ້ວາງພວງມາລາ, ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ ແລະ ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ