ການນຳພັກ, ລັດ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ

(VOVWORLD) - ເມື່ອສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/05/1890 – 19/05/2018),
ການນຳພັກ, ລັດ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ - ảnh 1 ການນຳພັກ, ລັດ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ

ຕອນເຊົ້າວັນທີ 18 ພຶດສະພາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ.

        ເຂົ້າຮ່ວມພິທີໄວ້ອາໄລມີທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ.

        ແລະກໍ່ໃນຕອນເຊົ້າວັນທີ 18 ພຶດສະພາ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ, ຄະນະພັກຕຳຫລວດສູນກາງ ແລະ ກະຊວງຕຳຫລວດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ຄະນະຊີ້ນຳສົມທົບການເຄື່ອນໄຫວເຂດປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ ບາດີງ…ກໍ່ໄດ້ໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ ເຊັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ