ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ​ໂຮ່​ຈີ​ມິນ

(VOVWORLD) -ຕອນເຊົ້າວັນທີ 19 ມັງກອນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານ ວາງພວງມາລາ, ໄຫວ້ອາໄລປະທານ ໂຮ່ຈີມິນ.
ການ​ນຳ​ພັກ, ລັດ ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ​ໂຮ່​ຈີ​ມິນ - ảnh 1ຄະນະການນຳ ວາງພວງມາລາ, ໄຫວ້ອາໄລ ປະທານໂຮ່ຈີມິນ (ພາບ:VOV)

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີແມວ 2023, ຕອນເຊົ້າວັນທີ 19 ມັງກອນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າສຸສານ ວາງພວງມາລາ, ໄຫວ້ອາໄລປະທານ ໂຮ່ຈີມິນ. ເຂົ້າຮ່ວມພິທີ, ມີ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານນາງ ຫວໍທິແອັງຊວັນ ຮັກສາການປະທານປະເທດ.

ຫຼັງຈາກນັ້ນ, ຄະນະການນຳກໍໄດ້ໄປວາງພວງມາລາ ແລະ ຈູດທູບໃຕ້ທຽນ ຢູ່ ອະນຸສາວະລີ ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນບັກເຊີນ, ຮ່າໂນ້ຍ ເພື່ອອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ