ການນຳພັກ, ລັດຖະບານລົງຢ້ຽມຢາມ, ອວຍພອນບຸນເຕັດປະຊາຊົນຢູ່ທ້ອງ ຖິ່ນຕ່າງໆ

(VOVWORLD) - ຕອນບ່າຍວັນທີ 16 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານໄດ້ລົງໄປຢ້ຽມຢາມ, ອວຍພອນບຸນເຕັດຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ຫວີງຟຸກ ເນື່ອງໃນໂອກາດປີໃໝ່ປະຈຳຊາດປີຊວດ. 
ການນຳພັກ, ລັດຖະບານລົງຢ້ຽມຢາມ, ອວຍພອນບຸນເຕັດປະຊາຊົນຢູ່ທ້ອງ ຖິ່ນຕ່າງໆ - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກໍ່ໄດ້ໄປມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວທຸກຍາກ (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຕີລາຄາວ່າ ໃນປີຜ່ານມາ, ແຂວງ ຫວີງຟຸກ ໄດ້ປະຕິບັດສຳເລັດຕົວເລກຄາດໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມທັງໝົດ. ໂຄງປະກອບເສດຖະກິດຢູ່ທັງ 3 ຂົງເຂດອຸດສາຫະກຳ, ການບໍລິການ, ກະສິກຳລ້ວນແຕ່ບັນລຸໄດ້ໝາກຜົນຫລາຍຢ່າງ. ບັນດາຂົງເຂດວັດທະນະທຳ, ສັງຄົມ, ສຶກສາ, ສາທາລະນະສຸກກໍ່ບັນລຸໄດ້ໝາກຜົນດີສົມຄວນ; ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ສ້າງສະພາບແວດລ້ອມໃຫ້ແກ່ການລົງທຶນ, ພັດທະນາ. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບຄວາມເອົາໃຈໃສ່ ແລະ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ແລະກໍ່ໃນວັນທີ 16 ມັງກອນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກໍ່ໄດ້ໄປມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວທຸກຍາກ ແລະ ເປົ້າໝາຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ຄ໊ວາຍເຈົາ, ແຂວງ ຮຶງອຽນ.

ຕອບກັບ

ຂ່າວ/ບົດ​ອື່ນ